ຊ່ວງເວລາທີ່ບໍ່ຄວນອອກກຳລັງກາຍ ຖ້າຝືນມີແຕ່ເສຍກັບເສຍ - ອິດສະຫຼະ

ຊ່ວງເວລາທີ່ບໍ່ຄວນອອກກຳລັງກາຍ ຖ້າຝືນມີແຕ່ເສຍກັບເສຍ



ເຖິງແມ່ນວ່າການອອກກຳລັງການຈະເປັນເລື່ອງທີ່ດີຕໍ່ສຸຂະພາບ ແຕ່ວ່າມັນກໍ່ມີຂໍ້ຫ້າມທີ່ຄວນລະວັງ ເພາະວ່າການອອກກຳລັງກາຍໃນຊ່ວງທີ່ຮ່າງກາຍບໍ່ພ້ອມ ແທນທີ່ຈະໄດ້ປະໂຫຍດ ມັນອາດຈະກາຍເປັນໄພທີ່ເຮັດໃຫ້ຮ່າງກາຍເສຍຫາຍໄດ້ ດັ່ງນັ້ນ, ຈຶ່ງໄດ້ລວບລວມເອົາຊ່ວງເວລາທີ່ບໍ່ຄວນອອກກຳລັງກາຍມາຝາກ:

- ເມື່ອເຮົາບໍ່ສະບາຍ
ເຖິງແມ່ນວ່າເຮົາຈະຢາກອອກກຳລັງກາຍ ແຕ່ຖ້າຮູ້ໂຕວ່າຈະເປັນໄຂ້ ຫຼື ຮ່າງກາຍບໍ່ພ້ອມກໍ່ຢຸດກ່ອນ ໂດຍສະເພາະຢ່າງຍິ່ງຖ້າເປັນໄຂ້ ຫຼື ມີອາການອັກເສບຢູ່ສ່ວນໃດສ່ວນໜຶ່ງຂອງຮ່າງກາຍ

- ຫຼັງເປັນໄຂ້ຫາກໍ່ເຊົາ
ສາເຫດທີ່ບໍ່ຄວນອອກກຳລັງກາຍຊ່ວງນີ້ກໍ່ຄືຮ່າງກາຍຂອງເຮົານັ້ນຍັງມີຄວາມອ່ອນເພຍຢູ່ ຫາກອອກກຳລັງກາຍໃນຊ່ວງນີ້ ຈະເຮັດໃຫ້ຮ່າງກາຍຍິ່ງອ່ອນເພຍ ແລະ ນານເຊົາ ເພາະໃຊ້ຮ່າງກາຍເກີນກຳລັງ

- ຫຼັງຈາກກິນອາຫານ
ເປັນສິ່ງທີ່ບໍ່ຄວນເປັນຢ່າງຍິ່ງ ເພາະວ່າມັນເຮັດໃຫ້ລະບົບໄຫຼວຽນຂອງເລືອດຖືກແບ່ງໄປໃຊ້ໃນການຍ່ອຍອາຫານ ເພາະສະນັ້ນ, ເລືອດທີ່ຈະໄປລ້ຽງກ້າມເນື້ອສ່ວນທີ່ອອກກຳລັງກາຍກໍ່ຈະຫຼຸດລົງເຮັດໃຫ້ກ້າມເນື້ອຂາດສະມັດຕະພາບ ແລະ ເຮັດໃຫ້ຈັງ, ມຶນຊາ ນຳອີກ

- ຊ່ວງອາກາດຮ້ອນ ແລະ ອົບເອົ້າ
ການອອກກຳລັງກາຍເຮັດໃຫ້ຮ່າງກາຍເຮົາຮ້ອນຢູ່ແລ້ວ ແລະ ຍິ່ງໄປອອກກຳລັງກາຍໃນຊ່ວງທີ່ຮ້ອນອົບເອົ້ານຳອີກ ຮ່າງກາຍຈະສູນເສຍເຫື່ອ ແລະ ນໍ້າຫຼາຍກວ່າປົກກະຕິ ເຮັດໃຫ້ຮ່າງກາຍອ່ອນເພຍ, ເມື່ອຍງ່າຍ ຫຼື ເປັນລົມໝົດສະຕິໄປກໍ່ມີ

No comments

Powered by Blogger.