ເອຢິບ ພົບກັບບັນຫາເງິນເຟີ້ຮຸນແຮງທີ່ສຸດໃນຮອບ 12 ປີ - ອິດສະຫຼະ

ເອຢິບ ພົບກັບບັນຫາເງິນເຟີ້ຮຸນແຮງທີ່ສຸດໃນຮອບ 12 ປີ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໄຄໂຣ ປະເທດເອຢິບ 14 ກຸມພາ 2017: ວ່າທະນາຄານກາງເອຢິບອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາວ່າ ອັດຕາເງິນເຟີ້ພື້ນຖານຂອງປະເທດຢູ່ທີ່ 30.86% ເມື່ອຕົ້ນເດືອນມັງກອນທີ່ຜ່ານມາ ເພີ່ມຈາກສະຖິຕິ 25.86% ເມື່ອເດືອນທັນວາປີທີ່ຜ່ານມາ ຖືວ່າເປັນສະຖິຕິທີ່ສູງທີ່ສຸດນັບຕັ້ງແຕ່ເດືອນມັງກອນ 2005 ໂດຍເປັນຜົນມາຈາກລາຄາອາຫານ ແລະ ເຊື້ອໄຟທີ່ເພີ່ມສູງຂຶ້ນ ແລະ ສົ່ງຜົນໃຫ້ສະກຸນເງິນປອນເອຢິບເສື່ອມຄ່າລົງຫຼາຍກວ່າເຄິ່ງ.

No comments

Powered by Blogger.