ຈະແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໃຫ້ເບົາບາງລົງໃຫ້ໄດ້ໃນປີ 2018 - ອິດສະຫຼະ

ຈະແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໃຫ້ເບົາບາງລົງໃຫ້ໄດ້ໃນປີ 2018



ໜັງສືພິມລາວພັດທະນາ ລາຍງານ: ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ ປັດຈຸບັນເຖິງສະພາບການສັນຈອນໃນນະຄອນຫຼວງຈະມີຄວາມແອອັດຕິດຕໍ່ກັນແກ່ຍາວຫຼາຍຂຶ້ນ, ໂດຍສະເພາະຕາມຈຸດສາມແຍກ, ສີ່ແຍກໃນເວລາເລັ່ງດ່ວນສົ່ງຜົນໃຫ້ການສັນຈອນພົບຄວາມຫຍຸ້ງຍາກ ແລະ ບັນຫາອຸປະຕິເຫດກໍ່ນັບມື້ນັບເພີ່ມຂຶ້ນ ເຊິ່ງສາເຫດຕົ້ນຕໍແມ່ນມາຈາກພາຫະນະເພີ່ມຂຶ້ນສະເລ່ຍ 15% ຕໍ່ປີ ເຫັນໄດ້ຈາກຕົວເລກ 6 ປີຜ່ານມາສະເພາະນະຄອນຫຼວງວຽງຈັນມີພາຫະນະເພີ່ມຂຶ້ນເກືອບ 8 ແສນຄັນ.

ສ່ວນການພັດທະນາເສັ້ນທາງຍັງຢູ່ໃນຂອບເຂດຈຳກັດບວກກັບການຈອດລົງຊະຊາຍຕາມແຄມທາງມີແຜ່ຫຼາຍ ຜູ້ຂັບຂີ່ຈຳນວນບໍ່ໜ້ອຍຍັງບໍ່ຕື່ນຕົວປະຕິບັດກົດລະບຽບຈະລາຈອນດີເທົ່າທີ່ຄວນ, ຄະນະດຽວກັນການຄຸ້ມຄອງລະບົບການຈະລາຈອນຍັງບໍ່ທັນເປັນລະບົບຄົບຊຸດ ເຊິ່ງໃນໄລຍະຜ່ານມາມາດຕະການແກ້ໄຂກໍ່ເຮັດໄດ້ພຽງສະເພາະໜ້າເທົ່ານັ້ນ.

ດັ່ງນັ້ນ, ເພື່ອຢາກແກ້ໄຂສະພາບແອອັດດັ່ງກ່າວໃຫ້ໄດ້ໃນໄລຍະຍາວຂະແໜງກ່ຽວຂ້ອງຕ້ອງໄດ້ສຶກສາໃຫ້ລະອຽດ ເພື່ອໃຫ້ສາມາດກຳນົດທາງຂຶ້ນທາງລ່ອງ, ທາງລ້ຽວຂວາ-ລ້ຽວຊ້າຍຄືນໃໝ່ ພ້ອມກັບປັບປຸງປ້າຍຫ້າມ, ປ້າຍເຕືອນຕ່າງໆ ແລະ ຖ້າຫາກບ່ອນໃດຈຳເປັນກໍ່ຈະຕ້ອງໄດ້ຕິດຕັ້ງໄຟອຳນາດເພີ່ມຕາມຈຸດສາມແຍກສີ່ແຍກຕ່າງໆ ຖ້າຈຳເປັນກໍ່ຈະຕ້ອງຈັດສັນໂມງເຂົ້າຮຽນກ່ອນໂມງລັດຖະການ, ເພີ່ມລົດເມສາທາລະນະ ເພື່ອຫຼຸດຜ່ອນການນຳໃຊ້ລົດສ່ວນຕົວ ແລະ ໃນໄລຍະຍາວກໍ່ຍັງຕ້ອງເພີ່ມການລົງທຶນໃສ່ການສ້າງລະບົບຂົນສົ່ງທີ່ດີຂຶ້ນ, ປັບປຸງພື້ນຖານໂຄງລ່າງເສັ້ນທາງໃຫ້ໄດ້ມາດຕະຖານ, ສ້າງຈຸດບໍລິການຈອດລົງໃນຕົວເມືອງໃຫ້ພຽງພໍ, ຄວບຄຸມການປຸກສ້າງໃກ້ກັບຈຸດສາມແຍກສີ່ແຍກຕາມກົດໝາຍຜັງເມືອງ, ສ້າງຕັ້ງສູນຄວບຄຸມລະບົບຈະລາຈອນ ແລະ ມາດຕະການຈຳກັດການນຳເຂົ້າລົດ ເຊິ່ງຄາດວ່າການຈັດຕັ້ງປະຕິບັດແຜນການດັ່ງກ່າວຈະໃຫ້ສຳເລັດໃນປີ 2018 ແລະ ຊ່ວຍແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໄດ້ໂດຍພື້ນຖານ

No comments

Powered by Blogger.