ສປປ.ລາວ ຈັດກອງປະຊຸມຮ່ວມຈີນ, ຫວຽນນາມ ແລະ ໄທແກ້ໄຂບັນຫາຕັກກະແຕນລະບາດ - ອິດສະຫຼະ

ສປປ.ລາວ ຈັດກອງປະຊຸມຮ່ວມຈີນ, ຫວຽນນາມ ແລະ ໄທແກ້ໄຂບັນຫາຕັກກະແຕນລະບາດ



ສປປ.ລາວ ຈັດກອງປະຊຸມແຜນປະຕິບັດການບັນຫາຕັກກະແຕນລະບາດໃນປະເທດປະຈຳປີ 2017 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນຂວາງ ຄຳບຸນເຮືອງ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ເປັນປະທານຮ່ວມກັບທ່ານ ສະຕີເຟັນ ຣຸດກາດ ຜູ້ແທນອົງການອາຫານ ແລະ ກະສິກຳແຫ່ງອົງການສະຫະປະຊາຊາດ ຫຼື FAO ປະຈຳລາວ.

ທ່ານ ບຸນຂວາງ ກ່າວລະຫວ່າງການປະຊຸມວ່າ ບັນຫາການລະບາດຂອງຕັກກະແຕນໄຜ່ສ້າງຄວາມເສຍຫາຍໃຫ້ກັບພືດຜົນການຜະລິດກະສິກຳເປັນຈຳນວນຫຼາຍ ໂດຍພົບການແຜ່ລະບາດຄັ້ງທຳອິດທີ່ຈີນເມື່ອປີ 1929 ກ່ອນທີ່ຈະລາມມາມົນທົນຢູນານເມື່ອປີ 2012 ນອກຈາກນີ້ ຍັງພົບການລະບາດຂອງສັດຕູພືດດັ່ງກ່າວທີ່ຫວຽດນາມເມື່ອປີ 2008 ແລະ ປີ 2015 ໃນຂະນະທີ່ ສປປ.ລາວ ພົບການລະບາດຄັ້ງທຳອິດທີ່ແຂວງຫຼວງພະບາງເມື່ອເດືອນຕຸລາ 2014 ກ່ອນທີ່ຈະລາມໄປສູ່ເຂດອື່ນໆໃນເວລາຕໍ່ມາ ເຊິ່ງໃນປີ 2014 ໃນລາວມີເຂດທີ່ໄດ້ຮັບຜົນກະທົບຈາກຕັກກະແນໄຜ່ລະບາດ 140 ແຫ່ງ ແຕ່ໃນປີ 2015 ບັນຫາດັ່ງກ່າວແຜ່ກະຈາຍເປັນວົງກວ້າງຍິ່ງຂຶ້ນເປັນ 500 ແຫ່ງໃນ 14 ເມືອງ 3 ແຂວງ ເຖິງຈະມີຄວາມພະຍາຍາມແກ້ໄຂບັນຫາຈາກພາກລັດ.

No comments

Powered by Blogger.