ລັດຖະບານ ລາວ-ໄທ ບັນລຸຂໍ້ຕົກລົງວ່າດ້ວຍການຈ້າງງານ - ອິດສະຫຼະ

ລັດຖະບານ ລາວ-ໄທ ບັນລຸຂໍ້ຕົກລົງວ່າດ້ວຍການຈ້າງງານ



ໃນວັນທີ 28 ກຸມພາ 2017 ຜ່ານມານີ້, ທີ່ຫົວຫີນ ແຂວງປະຈວບຄີລີຂັນ ປະເທດໄທ, ໄດ້ມີພິທີລົງນາມ ຂໍ້ຕົກລົງວ່າດ້ວຍການຈ້າງງານ ລະຫ່ວາງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົນ ແຫ່ງ ສປປ ລາວ ແລະ ທ່ານ ພົອ ສີວິໄຊ ລັດຖະມົນຕີກະຊວງແຮງງານ ແຫ່ງ ຣາຊະອານາຈັກໄທ ເຊິ່ງມີຄະນະທັງສອງຝ່າຍເຂົ້າຮ່ວມ. ທັງນີ້ ເປັນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລະຫ່ວາງ ລັດຖະບານສອງປະເທດ ສະບັບລົງວັນທີ 6 ກໍລະກົດ 2016 ໃຫ້ປະກົດຜົນເປັນຈິງ.

ຂໍ້ຕົກລົງວ່າດ້ວຍການຈ້າງງານ ປະກອບມີ: ສັນຍາການຈ້າງແຮງງານ ທີ່ໄດ້ຮັບການຮັບຮອງ ໂດຍ ອົງການທີ່ຖືກມອບສິດ ຂອງປະເທດຜູ້ຮັບ ຈະມີກຳນົດໄລຍະເວລາການຈ້າງແຮງງານ ລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໃນໄລຍະສອງ ປີ ໄລຍະເລວາຂອງສັນຍາການຈ້າງແຮງງານ ສາມາດຕໍ່ໄດ້ ອີກສອງປີ ຫາກເຫັນວ່າມີຄວາມຈໍາເປັນ ພາຍຫລັງຈາກຄົບກໍານົດໄລຍະເວລາ ການຈ້າງແຮງງານແລ້ວ ຜູ້ອອກແຮງງານຕ້ອງເດີນທາງກັບປະເທດຕົ້ນທາງ. ໃນກໍລະນີ ທີ່ຈະສະໝັກເຂົ້າເຮັດວຽກ ໃນປະເທດຜູ້ຮັບອີກເທື່ອໜຶ່ງ ຜູ້ອອກແຮງງານ ຈະຕ້ອງກັບປະເທດຕົ້ນທາງເປັນເວລາ 30 ວັນ ກ່ອນທີ່ຈະສາມາດສະໝັກເຂົ້າມາເຮັດວຽກໃດ້ອີກເທື່ອໃໝ່. ຜູ້ອອກແຮງງານ ສາມາດເຮັດວຽກໄດ້ພາຍຫລັງ ໄດ້ຮັບອະນຸຍາດຈາກອົງການ ທີ່ຖືກມອບສິດຂອງປະເທດຜູ້ຮັບ ແລະ ຕ້ອງເຮັດວຽກກັບຜູ້ໃຊ້ແຮງງານ ແລະ ໃນພື້ນທີ່ ທີ່ໄດ້ຮັບອະນຸຍາດເທົ້ານັ້ນ.

ກໍລະນີຜູ້ອອກແຮງງານ ໄດ້ຮັບບາດເຈັບ ຫລື ເສຍຊີວິດ ຈາກການເຮັດວຽກ, ເຈັບປ່ວຍຮ້າຍແຮງ ຫລື ໄດ້ຜົນກະທົບຈາກໄພພິບັດທໍາມະຊາດ, ສົງຄາມ, ພະຍາດລະບາດຮ້າຍແຮງ ໃນໄລຍະການປະຕິບັດ ສັນຍາການຈ້າງແຮງງານ. ອົງການຈັດສົ່ງ ຕ້ອງກະກຽມສັນຍາການຈ້າງແຮງງານ ພ້ອມທັງເອກະສານສໍາ ຄັນກ່ຽວຂອງຕ່າງໆ ໃຫ້ແກ່ຜູ້ອອກແຮງງານ. ເພື່ອຄວາມປອດໄພ ແລະ ສຸຂະພາບຂອງຜູ້ອອກແຮງງານ ພາຍໃຕ້ຂໍ້ຕົກລົງສະບັບນີ້ ຜູ້ໃຊ້ແຮງງານ ຈະຕ້ອງຈັດມີທີ່ພັກ ທີ່ມີສະພາບແວດລ້ອມທີ່ເໝາະສົມ ມີຄວາມປອດໄພ ແລະ ຖືກຫລັກສະນະສຸຂະອານາໄມ ແລະ ຜູ້ອອກແຮງງານຈະຕ້ອງໄດ້ພັກ ໃນສະຖານທີ່ ທີ່ໄດ້ຈັດໄວ້ໃຫ້ ຍົກເວັ້ນ ໃນກໍລະນີມີເຫດຜົນບໍ່ພຽງພໍ.

ລັດຖະບານສອງປະເທດ ເປັນເອກະພາບສົ່ງເສີມການຮ່ວມມື ດ້ານການຈ້າງແຮງງານຂອງຄູ່ພາຄີ ໃຫ້ມີການພັດທະນາໃຫ້ດີຂຶ້ນ ແນ່ໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ດ້ານແຮງງານ ໃນການ ພັດທະນາເສດຖະກິດ -ສັງຄົມ ແລະ ການປົກປ້ອງສິດ-ຜົນປະໂຫຍດຂອງຜູ້ອອກແຮງງານ ໃຫ້ຖືກຕ້ອງ ຕາມຫລັກການ, ກົດໝາຍ ແລະ ລະບຽບການຂອງແຕ່ລະປະເທດ, ທັງຮັບປະກັນໃຫ້ແຮງງານ ໄດ້ຮັບ ການຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດຢ່າງເທົ່າທຽມກັນ ໂດຍບໍ່ເລືອກປະຕິບັດ ແລະ ສົ່ງກັບຄືນປະເທດ ເມື່ອໝົດສັນຍາການຈ້າງ ແຮງງານຕາມເງື່ອນໄຂ, ກົດໝາຍ ແລະ ລະບຽບການຂອງຄູ່ພາຄີ. ສັນຍາການຈ້າງງານ ແມ່ນເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນຂະບວນການຈ້າງ ແຮງງານ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງຄູ່ພາຄີ ໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ຮ່ວມມືກັນສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເພື່ອການຈ້າງແຮງງານ ແລະ ການເຂົ້າ-ອອກເມືອງ ທີ່ຜິດກົດ ໝາຍ.

ຂ່າວ: ສຳນັກຂ່າວສານປະເທດລາວ

No comments

Powered by Blogger.