ນົກເຄົ້າ ເກີດມາເພື່ອເປັນນັກລ່າໂດຍສົມບູນແບບ ບິນໄດ້ໂດຍບໍ່ມີສຽງ ແລະ ບໍ່ເກີດກະແສລົມ - ອິດສະຫຼະ

ນົກເຄົ້າ ເກີດມາເພື່ອເປັນນັກລ່າໂດຍສົມບູນແບບ ບິນໄດ້ໂດຍບໍ່ມີສຽງ ແລະ ບໍ່ເກີດກະແສລົມ



ຖ້າສຽງ ຫຼື ກະແສລົມທີ່ເກີດຈາກການພືປີກເປັນສິ່ງທີ່ຢືນຢັນເຖິງຄວາມເຂັ້ມແຂງຂອງນົກ ບັນດານົກເຄົ້າທັງຫຼາຍໝົດສິດເຂົ້າຊິງຕຳແໜ່ງນັ້ນທັນທີ ແຕ່ຖ້າເວົ້າເຖິງທັກສະການລ່າທີ່ສາມາດເຂົ້າເຖິງຕົວເຫຍື່ອໄດ້ໂດຍບໍ່ທັນຮູ້ຕົວ, ລະບຸເປົ້າໝາຍໃນຄວາມມືດຢ່າງແມ້ນຢຳ, ບິນໄດ້ແບບບໍ່ມີສຽງ ແລະ ພືປີກໂດຍບໍ່ເກີດລົມ ຂອງຍົກໃຫ້ນົກເຄົ້າເປັນອັນດັບໜຶ່ງ

ອາດຈະເປັນຕາໜ້າເຫຼືອເຊື່ອທີ່ໃນໂລກໃບນີ້ຈະມີສັດທີ່ເຄື່ອນໄຫວຜ່ານອາກາດໂດຍບໍ່ສ້າງສຽງ ຫຼື ລົມ ແຕ່ນັ້ນຄືລັກສະນະພິເສດທີ່ພົບໄດ້ສະເພາະນັກລ່າຍາມກາງຄືນກຸ່ມນົກເຄົ້າເທົ່ານັ້ນ ເຊິ່ງມີຂົນປົກຄຸມຕົວທີ່ອ່ອນນຸ້ມ ແລະ ມີຂອບປີກເປັນແຂ້ວຫວີ ທີ່ຊ່ວຍບໍ່ໃຫ້ເກີດສຽງຂະນະບິນ ພ້ອມທັງຍັງຕັດການເກີດກະແສລົມກ້ອງປີກຂອງມັນອີກດ້ວຍ.

ເຊິ່ງເຄີຍມີການທົດລອງນຳເອົານົກກາງແກ, ແຫຼວ ແລະ ນົກເຄົ້າ ມາບິນຜ່ານຂົນນົກ ແລະ ໄມໂຄຣໂຟນໃນຫ້ອງທີ່ປິດແຈບ ເພື່ອພິສູດວ່ານົກຊະນິດໃດບິນໄດ້ມິດງຽບທີ່ສຸດ ຜົນທີ່ໄດ້ຄື ນົກເຄົ້າ ທີ່ບໍ່ພຽງຈະບິນໂດຍທີ່ໄມໂຄຣໂຟນບໍ່ສາມາດຈັບສັນຍານສຽງໄດ້ເທົ່ານັ້ນ ແຕ່ຂົນນົກທີ່ປູຢູ່ທາງບິນຂອງມັນບໍ່ເໜັງບໍ່ຕີງເລີຍແມ່ນແຕ່ໜ້ອຍດຽວ.

ນອກຈາກການບິນທີ່ມິດງຽບແລ້ວ ອາວຸດອີກຢ່າງໜຶ່ງທີ່ເຮັດໃຫ້ນົກເຄົ້າເໜືອກວ່າເຫຍື່ອທຸກຕົວທີ່ມັນລ່າ ນັ້ນຄືມັນບໍ່ຈຳເປັນຕ້ອງເຫັນເປົ້າໝາຍ ຂໍພຽງໄດ້ຍິນສຽງເລັກໜ້ອຍຈາກເຫຍື່ອເທົ່ານັ້ນ ມັນກໍ່ສາມາດໝຸນຫົວທີ່ຫັນໄດ້ 270 ອົງສາ ແລະ ໃຊ້ຫູສອງຂ້າງທີ່ຢູ່ໃນລະດັບບໍ່ເທົ່ານັ້ນ ຄິດໄລ່ຫາຕຳແໜ່ງກັບໄລຍະຫ່າງຂອງເຫຍື່ອໄດ້ແລ້ວ ແຖມຍັງແມ້ນຢຳທີ່ສຸດອີກດ້ວຍ ເຊິ່ງມີໂອກາດພາດພຽງ 2 ໃນ 10 ຄັ້ງຂອງການໂຈມຕີເທົ່ານັ້ນ.

No comments

Powered by Blogger.