ຄົ້ນພົບ "ກັບແກ້" ສາຍພັນໃໝ່ ທີ່ບໍ່ພຽງແຕ່ມີເກັດຄືປາ ແຕ່ຍັງສາມາດລອກຄາບໄດ້ອີກດ້ວຍ - ອິດສະຫຼະ

ຄົ້ນພົບ "ກັບແກ້" ສາຍພັນໃໝ່ ທີ່ບໍ່ພຽງແຕ່ມີເກັດຄືປາ ແຕ່ຍັງສາມາດລອກຄາບໄດ້ອີກດ້ວຍ



ກັບແກ້ ທຳມະດາທົ່ວໄປກໍ່ສາມາດສ້າງຄວາມຢ້ານໃຫ້ກັບບາງຄົນໄດ້ແລ້ວ ແຕ່ນີ້ເປັນກັບແກ້ທີ່ບໍ່ເໝາະກັບຄົນທີ່ຂີ້ຢ້ານມັນ ເພາະນອກຈາກມັນຈະເປັນກັບແກ້ທີ່ມີເກັດຄືກັບປາແລ້ວ ກັບແກ້ເກັດ ຫຼື Geckolepis megalepis ຍັງສາມາດລອກຄາບເກັດຢູ່ຕົວຂອງມັນຈົນເຫຼືອແຕ່ໜັງໄດ້ອີກດ້ວຍ.

ເລື່ອງສຸດແປກນີ້ໄດ້ເກີດຂຶ້ນເມື່ອທີມນັກວິໄຈຈາກ Ludwig Maximilian University of Munich ໄດ້ເດີນທາງໄປໃນເຂດປ່າຝົນຂອງປະເທດມາດາກາສະກາ ແລະ ໄດ້ພົບກັບກັບແກ້ຊະນິດໃໝ່ທີ່ບໍ່ເຄີຍມີການບັນທຶກມາກ່ອນ ເຊິ່ງມີລັກສະນະພິເສດຢູ່ບ່ອນວ່າມັນເປັນກັບແກ້ທີ່ມີເກັດຂະໜາດໃຫຍ່ຄ້າຍຄືກັບປາ ເຊິ່ງຊ່ວຍໃຫ້ມັນພາງຕົວໄດ້ກົມກືນໄປກັບພື້ນຜິວທີ່ມັນຈັບຢູ່


ນອກຈາກນີ້ ທີມນັກວິໄຈຍັງພົບວ່າເມື່ອກັບແກ້ຊະນິດນີ້ຖືກໂຈມຕີ ມັນຍັງສາມາດລອກເກັດຢູ່ໂຕຂອງມັນເພື່ອບ່ຽງເບນຄວາມສົນໃຈຂອງສັດຕູ ແລະ ເຫຼືອພຽງແຕ່ໜັງໃສໆ ເຊິ່ງມີຂໍ້ມູນວ່າການລອກເກັດຂອງກັບແກ້ຊະນິດນີ້ບໍ່ໄດ້ສ້າງອາການບາດເຈັບໃຫ້ກັບມັນແຕ່ຢ່າງໃດ ແລະ ໃຊ້ເວລາພຽງ 2 ອາທິດເທົ່ານັ້ນເກັດກໍ່ເກີດໃໝ່ຂຶ້ນມາປົກຄຸມຮ່າງກາຍໄດ້ຄືເກົ່າ.

No comments

Powered by Blogger.