ແຝດປາຣາສິດ ອີກໜຶ່ງຊີວິດທີ່ສິງຢູ່ໃນຮ່າງຂອງອີກໜຶ່ງຊີວິດ - ອິດສະຫຼະ

ແຝດປາຣາສິດ ອີກໜຶ່ງຊີວິດທີ່ສິງຢູ່ໃນຮ່າງຂອງອີກໜຶ່ງຊີວິດ



ເຖິງຈະມີໂອກາດເກີດພຽງ 1 ໃນ 500,000 ຂອງຄົນທີ່ຖືພາ ແລະ ມີບັນທຶກການພົບເຫັນພຽງ 200 ເຄສເທົ່ານັ້ນຈາກທົ່ວໂລກ ແຕ່ເລື່ອງລາວຂອງ ແຝດປາຣາສິດ (Parasitic Twin) ກໍ່ຍັ່ງສ້າງຄວາມຕື່ນຕົກໃຈໃຫ້ກັບຫຼາຍໆຄົນ ຈົນຊວຍໃຫ້ສົງໄສວ່າ ຮ່າງກາຍອີກຮ່າງໜຶ່ງທີ່ກາຍເປັນສ່ວນເກີນຂອງຮ່າງກາຍມະນຸດນັ້ນມີທີ່ມາທີ່ໄປແບບໃດກັນແທ້.

ຈຸດເລີ່ມຕົ້ນຂອງການເກີດແຝດປາຣາສິດນັ້ນມີທີ່ມາຈາກການວິວັດທະນາການທີ່ບໍ່ສົມບູນ ຈົນເຮັດໃຫ້ຕົວອ່ອນຂອງແຝດອີກຮ່າງໜຶ່ງຢຸດການພັດທະນາກາງທາງ ແລະ ສ່ວນໃຫຍ່ຈະຕາຍຕອນນັ້ນ ແຕ່ຜັດບໍ່ແຍກຕົວອອກມາຈາກຄູ່  Embryo ແລະ ຢຸດການຈະເລີນເຕີບໃຫຍ່ ກ່ອນຈະຫຼົບຫຼີກ ຫຼື ຖືກດູດຜ່ານທາງສາຍສະບືໄປຢູ່ໃນຮ່າງກາຍຄູ່ແຝດທີ່ແຂງແຮງກວ່າຢ່າງສົມບູນ ໃນຂະນະທີ່ທັງຄູ່ຍັງຢູ່ໃນທ້ອງ ເຊິ່ງມີບາງກຊລະນີທີ່ຮ່າງຂອງແຝດສ່ວນເກີນນັ້ນໄດ້ພັດທະນາຈົນມີເສັ້ນຜົມ ແລະ ແຂ້ວອອກມາທັງທີ່ຢູ່ໃນຮ່າງກາຍຂອງແຝດອີກຄົນໜຶ່ງ.

ແລະ ດ້ວຍຄວາມຜິດປົກກະຕິທີ່ຮ້າຍແຮງນີ້ ເຮັດໃຫ້ອົງການອະນາໄມໂລກ (WHO) ຈັດໃຫ້ແຝດປາຣາສິດຢູ່ໃນອາການຂອງມະເຮັງຊະນິດໜຶ່ງ ເນື່ອງຈາກແຝດປາຣາສິດຖືເປັນໄພຕໍ່ຮ່າງກາຍ ແລະ ມີບາງກໍລະນີທີ່ແຝດປາຣາສິດນັ້ນເຕີບໃຫຍ່ຢູ່ໃນກະໂຫຼກຫົວ ຫຼື ໃນຖົງອັນທະຂອງຮ່າງກາຍຫຼັກ.

No comments

Powered by Blogger.