ລະເບີດແຕກ ເຮັດໃຫ້ເດັກນ້ອຍເສຍຊີວິດ 1 ຄົນ ແລະ ບາດເຈັບ 5 ຄົນ ທີ່ຊຽງຂວາງ 21 ມີນາ 2017 - ອິດສະຫຼະ

ລະເບີດແຕກ ເຮັດໃຫ້ເດັກນ້ອຍເສຍຊີວິດ 1 ຄົນ ແລະ ບາດເຈັບ 5 ຄົນ ທີ່ຊຽງຂວາງ 21 ມີນາ 2017



ຊຽງຂວາງ: ລາຍງານຈາກ ປະຊາຊົນ ໃຫ້ຮູ້ວ່າ ເວລາປະມານ 12:00 ວັນທີ 21 ມີນາ 2017 ເກີດເຫດ ສະຫຼົດໃຈ, ມີລະເບີດແຕກໂດຍບໍ່ມີໃຜຫຼິ້ນ,​ ລະເບີດແຕກເອງ ເຮັດໃຫ້ສະເກັດຖືກ 6 ຄົນ. ມີ ເດັກນ້ອຍ 5 ຄົນໃນນັ້ນ ເດັກນ້ອຍຍິງເສຍຊີວິດຄາທີ່ 1 ຄົນ,  4 ຄົນເຈັບໜັກ, ແລະ ແມ່ຕູ້ອາຍຸ 50 ປີ ບາດເຈັບໜັກອີກ 1 ຄົນ. ຈຸດເກີດເຫດແມ່ນ ບ້ານໜອງເປັດ, ເຂດສາມແຍກ, ເມືອງແປກ, ແຂວງ ຊຽງຂວາງ .

ບັນຫາລະເບີດຕົກຄ້າງຈາກສະໄໝສົງຄາມທີ່ຍັງບໍ່ທັນແຕກ ຖືເປັນໄພຂົ່ມຂູ່ຊີວິດ ແລະ ຊັບສິນຂອງປະຊາຊົນລາວ, . ສະແດງຄວາມເສຍໃຈກັບຄອບຄົວຜູ່ເຄາະຮ້າຍ. ຮຽກຮ້ອງໃຫ້ ປະເທດທີ່ເອົາລະເບີດມາຖີ້ມປາງສົງຄາມ ຊ່ວຍເກັບກູູ້ລະເບີດ ເຫຼົ່ານີ້ ຢ່າງຈິ່ງຈັງດ້ວຍ.

No comments

Powered by Blogger.