ທິດທາງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ - ອິດສະຫຼະ

ທິດທາງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ



ສືບ​ຕໍ່​ຍຶດໝັ້ນ ​ແລະ ​ເສີ​ມຂະຫຍາຍ​ແນວທາງ​ປ່ຽນ​ແປງ​ໃໝ່​ຮອບດ້ານ

* ໃນ 5 ປີຕໍ່ໜ້ານີ້ (2016-2020) ພັກເຮົາ ກຳນົດທິດທາງ ໜ້າທີ່ລວມ ແລະ ຄາດໝາຍໃຫຍ່ຈຳນວນໜຶ່ງ ເປັນຕົ້ນຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການ ຂອງພັກໃຫ້ເລິກເຊິ່ງ ເຖິງຖອງດ້ວຍ ການສືບຕໍ່ສ້າງ ບາດກ້າວບຸກທະລຸ ທັງ 4 ດ້ານຢ່າງ ແຂງແຮງຕໍ່ເນື່ອງ ໃຫ້ເຫັນຜົນເປັນຮູບປະທຳ.

ພ້ອມດຽວກັນກໍ່ສືບຕໍ່ປັບປຸງ ກໍ່ສ້າງພັກໃຫ້ມີ ຄວາມໜັກແໜ້ນ ທາງດ້ານການ ເມືອງ-ແນວຄິດ, ເຂັ້ມແຂງ ແລະ ປອດໃສ ທາງດ້ານການຈັດຕັ້ງ ແລະ ແບບແຜນນຳພາ, ມີຄວາມສາມາດ ນຳພາສູງຂຶ້ນ ເພື່ອເປັນກອງນຳໜ້າ ແລະ ເປັນແກນນໍາ ທີ່ໝັ້ນຄົງໃນ ລະບົບການ ເມືອງ ປະຊາທິປະໄຕ ປະຊາຊົນ; ບູລະນະລະບົບ ອຳນາດແຫ່ງລັດ ກໍ່ຄືການຄຸ້ມຄອງ ບໍລິຫານຕາມ ທິດສ້າງລັດປະຊາທິປະໄຕ ປະຊາຊົນທີ່ປົກຄອງດ້ວຍກົດໝາຍ ໃຫ້ມີຄວາມສັກສິດ ຕິດພັນກັບການ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂສະດວກ ແລະ ສະພາບແວດລ້ອມ ອັນອຳນວຍໃຫ້ແກ່ ການທຳມາຫາກິນ ຂອງພົນລະເມືອງ ເພື່ອສ້າງຄວາມຮັ່ງມີ ໃຫ້ແກ່ຄອບຄົວ ແລະ ປະເທດຊາດ, ປະຕິບັດຄວາມ ສະເໝີພາບກ່ຽວກັບ ບົດບາດຍິງ-ຊາຍ, ຮັບປະກັນສິດ ສະເໝີພາບຕໍ່ໜ້າ ກົດໝາຍ ແລະ ມີຄວາມຍຸຕິທຳ, ສັງຄົມມີຄວາມສາມັກຄີ ປອງດອງເປັນປຶກແຜ່ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ອະນາຄົດອັນສົດໃສ ຂອງປະເທດຊາດ; ປະຕິບັດແນວທາງ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮັບປະກັນສະຖຽນ ລະພາບທາງການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢ່າງໜັກແໜ້ນ; ເສີມຂະຫຍາຍ ກຳລັງແຮງບັນດາ ພາກສ່ວນເສດຖະກິດກໍ່ຄືຊັ້ນຄົນຕ່າງໆ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ຢ່າງຕັ້ງໜ້າ, ເຮັດໃຫ້ເສດຖະກິດ ມີຄວາມໝັ້ນທ່ຽງ, ໜັກແໜ້ນ; ເມື່ອຮອດປີ 2020 ສາມາດແກ້ໄຂ ຄວາມທຸກຍາກຂອງ ປະຊາຊົນ, ປະເທດເຮົາຫລຸດພົ້ນ ອອກຈາກຄວາມ ດ້ອຍພັດທະນາ ໂດຍມີລວມຍອດ ມູນຄ່າຜະລິດຕະພັນ ພາຍໃນສະເລ່ຍ ຕໍ່ຫົວຄົນໃຫ້ບັນລຸ ປະມານ 3.190 ໂດລາ, ເພີ່ມຂຶ້ນລື່ນປີ 2015 ປະມານ 1,6 ເທົ່າ, ໂຄງປະກອບ ເສດຖະກິດແຫ່ງຊາດ ມີການຫັນປ່ຽນໄປຕາມ ທິດຫັນເປັນ ອຸດສາຫະກຳ, ທັນສະໄໝ  ແລະ ມີຄວາມຍືນຍົງ, ມີປັດໄຈ ແລະ ເງື່ອນໄຂ ອັນເປັນພື້ນຖານ ທີ່ໜັກແໜ້ນສົມຄວນ ໃຫ້ແກ່ການເຊື່ອມໂຍງ ເສດຖະກິດ ກັບພາກພື້ນ ແລະ ສາກົນ.

ໄປຄຽງຄູ່ກັນນັ້ນການພົວພັນ ແລະ ຮ່ວມມື ກັບສາກົນສືບຕໍ່ ເປີດກວ້າງອອກບົນພື້ນຖານ ຄວາມເປັນເຈົ້າການ ແລະ ເສີມຂະຫຍາຍບົດບາດການ ເປັນຄູ່ຮ່ວມມື ຂອງປະເທດເຮົາ ກັບເພື່ອນມິດ ໃນພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ.


ສືບ​ຕໍ່​ຍົກ​ສູງ​ຄວາ​ມສາມາດນຳພາ ​ແລະ ​ກຳລັງ​ແຮງ​ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ

* ພັກປະຊາຊົນ ປະຕິວັດລາວ ສະຫລຸບຖອດຖອນ ບົດຮຽນເອົາໄວ້ວ່າ: ເພື່ອຮັບປະກັນ ໃຫ້ການພັດທະນາ ຖືກທິດ ມີຄວາມຈຳເປັນ ຕ້ອງເພີ່ມທະວີ ຄວາມສາມາດນຳພາ ແລະ ກຳລັງແຮງຂອງຄະນະພັກ ແຕ່ລະຂັ້ນ, ເຮັດໃຫ້ຄະນະພັກທຸກຂັ້ນມີຄວາມ ສາມາດໃນການ ນຳພາຊີ້ນຳການຈັດຕັ້ງ ຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ອອກເປັນແຜນງານ, ໂຄງການລະອຽດ ຢ່າງຖືກຕ້ອງ ແລະ ທັນການ, ທັງສອດຄ່ອງກັບ ຈຸດພິເສດ ແລະ ທ່າແຮງ ຂອງແຕ່ລະບ່ອນ, ໄປຄຽງຄູ່ກັບການ ຮູ້ເສີມຂະຫຍາຍ ກຳລັງແຮງ ຂອງລະບົບການເມືອງ ຢູ່ແຕ່ລະຂັ້ນ, ຂອງບັນດາ ພາກສ່ວນ ເສດຖະກິດ ແລະ ມູນເຊື້ອຂອງ ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ເຂົ້າຮ່ວມຈັດຕັ້ງປະຕິບັດ.

ຜ່ານພຶດຕິກຳຕົວຈິງ ໃນໄລຍະຜ່ານມາ, ພັກເຮົາໄດ້ດຳເນີນ ການກໍ່ສ້າງພັກດ້ານການ ຈັດຕັ້ງຢ່າງເປັນ ປົກກະຕິຕໍ່ເນື່ອງ, ເຮັດໃຫ້ລະບົບ ການຈັດຕັ້ງ ແລະ ຖັນແຖວ ສະມາຊິກພັກ ນັບຕັ້ງແຕ່ສູນກາງ ລົງຮອດຮາກຖານ ເຕີບໃຫຍ່ຂະຫຍາຍ ຕົວ ນັບທັງປະລິມານ ແລະ ຄຸນນະພາບ, ມີຄວາມສາ ມັກຄີ ເປັນເອກະພາບ ບົນພື້ນຖານແນວທາງ ແລະ ຫລັກການຂອງພັກ; ປະຊາທິປະໄຕ ພາຍໃນພັກ ແລະ ສິດເປັນເຈົ້າ ຂອງສະມາຊິກພັກ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍ ຢ່າງຕັ້ງໜ້າ.

ສູນກາງພັກ ກໍ່ຄືຄະນະພັກຂັ້ນຕ່າງໆ ໄດ້ຍຶດໝັ້ນປະຕິບັດ ແບບແຜນ ແລະ ວິທີນຳພາ ຕິດແທດກັບຮາກ ຖານປະຊາຊົນ, ຕິດແທດກັບໜ້າທີ່ ວຽກງານຕົວຈິງ. ພັກໄດ້ຍູ້ແຮງແບບແຜນ ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ຕິດພັນກັບໜ້າທີ່ ວຽກງານຕົວຈິງ; ຍູ້ແຮງແບບຢ່າງນຳໜ້າ ຂອງສະມາຊິກພັກ ແລະ ການຈັດຕັ້ງພັກ.

ພ້ອມດຽວກັນນັ້ນ ກໍ່ໄດ້ເພີ່ມຄວາມ ເອົາໃຈໃສ່ຕໍ່ວຽກງານ ພະນັກງານຢ່າງສົມ ຄູ່ ກັບເງື່ອນໄຂໃໝ່ ເປັນຕົ້ນແມ່ນ ໄດ້ເລືອກເຟັ້ນ ແລະ ສັບຊ້ອນເອົາພະນັກງານ ໄປກໍ່ສ້າງ, ບຳລຸງຢ່າງເປັນລະບົບ ທາງດ້ານການເມືອງ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດຕາມແຜນກຳນົດ ກ່ຽວກັບການກໍ່ສ້າງ ພະນັກງານແຕ່ລະຂັ້ນ. ໄດ້ມີການປະກອບ ພະນັກງານ ແລະ ເພີ່ມຄວາມ ເຂັ້ມແຂງ ໃຫ້ແກ່ຂັ້ນເມືອງ ແລະ ຮາກຖານ; ຖັນແຖວພະນັກງານ ທີ່ໄດ້ຜ່ານການບຳລຸງ ສ້າງຢູ່ໃນໂຮງຮຽນ ການເມືອງ ແລະ ການປົກຄອງ ຂັ້ນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ມີຈຳນວນຫລາຍຂຶ້ນ; ພະນັກງານທີ່ໜຸ່ມນ້ອຍ ມີຄວາມຮູ້ວິຊາສະເພາະ ແລະ ໄດ້ຜ່ານຂະບວນການ ວຽກງານຕົວ ຈິງ ຖືກປະກອບເຂົ້າ ໃນຖັນແຖວການນຳ ຂັ້ນຕ່າງໆມີຈຳນວນ ເພີ່ມຂຶ້ນເຊັ່ນດຽວກັນ.

 ສຳລັບໃນຊຸມປີຕໍ່ໜ້ານີ້, ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກເຮົາ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດເປັນກ້າວໆນັ້ນມັນຮຽກຮ້ອງໃຫ້ ຄະນະພັກ-ຄະນະນຳທຸກຂັ້ນ, ຕະຫລອດຮອດ ບັນດາສະຫາຍສະ ມາຊິກພັກ ຈົ່ງພ້ອມກັນເພີ່ມ ທະວີຄວາມສາມາດ ນຳພາ ແລະ ກຳລັງແຮງ ຂອງຄະນະພັກ ໃນຂັ້ນຂອງຕົນ ໃຫ້ນັບມື້ ສູງເດັ່ນຂຶ້ນ.


​ເມື່ອ​ຮອດ​ປີ 2020

* ຢູ່ໃນຄາດໝາຍ 5 ປີຕໍ່ໜ້າ (2016-2020)  ພັກເຮົາໄດ້ກຳນົດທິດທາງ ໜ້າທີ່ລວມ ແລະ ຄາດໝາຍໃຫຍ່ ຈຳ ນວນໜຶ່ງ ເພື່ອໃຫ້ປະເທດເຮົາ ກ້າວເຂົ້າສູ່ການ ພັດທະນາໃໝ່ ບັນລຸໄດ້ເປົ້າໝາຍ ການແກ້ໄຂຄວາມ ທຸກຍາກຂອງປະ ຊາຊົນ, ໃຫ້ປະເທດຫລຸດພົ້ນ ອອກຈາກຄວາມ ດ້ອຍພັດທະນາ.

ແຕ່ປີ 2016-2020, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ໄດ້ລະບຸແຈ້ງ ທິດທາງໜ້າທີ່ ລວມກໍຄືຄາດໝາຍໃຫຍ່ຈຳນວນໜຶ່ງດັ່ງນີ້:

+ ຍຶດໝັ້ນ ແລະ ເສີມຂະຫຍາຍ ແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການ ຂອງພັກໃຫ້ເລິກເຊິ່ງ ເຖິງຖອງດ້ວຍການ ສືບຕໍ່ບຸກທະລຸ ທັງ 4 ດ້ານ ຢ່າງແຂງແຮງ-ຕໍ່ເນື່ອງໃຫ້ເຫັນ ຜົນເປັນຮູບປະທຳ.

+ ປັບປຸງກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ເຂັ້ມແຂງ ແລະ ປອດໃສທາງດ້ານ ການຈັດຕັ້ງ ແລະ ແບບແຜນການ ນຳພາ, ມີຄວາມສາມາດ ນຳພາສູງຂຶ້ນ ເພື່ອເປັນກອງນຳໜ້າ ແລະ ເປັນແກນນຳ ທີ່ໝັ້ນຄົງ ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນ.

+ ບູລະນະລະບົບອຳນາດແຫ່ງ ລັດ ກໍຄືການຄຸ້ມຄອງ ບໍລິຫານຕາມ ທິດລັດປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ໃຫ້ມີຄວາມສັກສິດ ຕິດພັນກັບການ ເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂ ສະດວກ ແລະ ສະພາບແວດລ້ອມ ອັນອຳນວຍໃຫ້ແກ່ ການທຳມາຫາກິນ ຂອງພົນລະ ເມືອງ ເພື່ອສ້າງຄວາມຮັ່ງມີ ໃຫ້ແກ່ຄອບ ຄົວ ແລະ ປະເທດຊາດ, ປະຕິບັດຄວາມ ສະເໝີພາບກ່ຽວກັບ ບົດບາດ ຍິງ-ຊາຍ, ຮັບປະກັນສິດ ສະເໝີພາບຕໍ່ໜ້າ ກົດໝາຍ ແລະ ມີຄວາມຍຸຕິທຳ, ສັງຄົມມີຄວາມ ສາມັກຄີປອງດອງ ເປັນປຶກແຜ່ນ ແລະ ຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ອະນາຄົດອັນສົດໃສ ຂອງ ປະເທດຊາດ.

+ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮັບປະກັນສະຖຽນ ລະພາບທາງການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ ຢ່າງໜັກແໜ້ນ.

+ ເສີມຂະຫຍາຍກຳລັງແຮງ ຂອງບັນດາພາກສ່ວນ ເສດຖະກິດ ກໍຄືຊັ້ນຄົນຕ່າງໆ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດຢ່າງຕັ້ງໜ້າ, ເຮັດໃຫ້ເສດຖະກິດ ແຫ່ງຊາດຂະຫຍາຍຕົວຕາມ ທິດພັດທະນາແບບຍືນຍົງ ຢ່າງຕໍ່ ເນື່ອງ, ເສດຖະກິດມະຫາພາກ ມີຄວາມໝັ້ນທ່ຽງໜັກແໜ້ນ.

+ ເມື່ອຮອດປີ 2020 ສາມາດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ປະເທດເຮົາຫລຸດພົ້ນ ອອກຈາກຄວາມດ້ອຍພັດທະນາ ໂດຍມີລວມຍອດຜະລິດຕະພັນ ພາຍໃນສະເລ່ຍ ຕໍ່ຫົວຄົນ ໃຫ້ບັນລຸປະມານ 3.190 ໂດລາ ເພີ່ມຂຶ້ນສືບຕໍ່ປີ 2015 ປະມານ 1,6 ເທົ່າ, ໂຄງປະກອບເສດຖະກິດ ແຫ່ງຊາດມີການຫັນປ່ຽນ ໄປຕາມທິດຫັນເປັນ ອຸດສາຫະກຳ, ທັນສະໄໝ ແລະ ມີຄວາມຍືນຍົງ, ມີປັດໄຈ ແລະ ເງື່ອນໄຂອັນເປັນ ພື້ນຖານໜັກແໜ້ນ ສົມຄວນໃຫ້ແກ່ການ ເຊື່ອມໂຍງກັບເສດຖະກິດ ພາກພື້ນ-ສາກົນ.

+ ການພົວພັນ ແລະ ຮ່ວມມືກັບ ສາກົນສືບຕໍ່ເປີດກວ້າງ ວາງອອກບົນພື້ນຖານ ຄວາມເປັນເຈົ້າການ ແລະ ເສີມຂະຫຍາຍບົດບາດ ການເປັນຄູ່ຮ່ວມມື ຂອງປະເທດເຮົາ ກັບເພືື່ອນມິດໃນພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ.

No comments

Powered by Blogger.