ເປີດຄຳທຳນາຍ ປີໃໝ່ລາວ ພສ 2560 (2017) - ອິດສະຫຼະ

ເປີດຄຳທຳນາຍ ປີໃໝ່ລາວ ພສ 2560 (2017)




ປະຕິທິນ ປີລະກາ, ນົບພະສົກ, ປົກກະຕິມາດ ພສ 2560, ຈສ 1379, ຄສ 2017

- ວັນສັງຂານລ່ວງ: ວັນສຸກ (ມື້ຮ້ວງມົດ) ແຮມ 3 ຄໍ່າ ເດືອນ 5 ພສ 2559, ຈສ 1378, ກົງກັບວັນທີ 14 ເມສາ ຄສ 2017 ເວລາ 03 ໂມງ 12 ນາທີ 30 ວິນາທີ.

- ວັນສັງຂານເນົາ: ວັນເສົາ (ມື້ເຕົ່າສັນ) ແຮມ 4 ຄໍ່າ ເດືອນ 5 ພສ 2559, ຈສ 1378, ກົງກັບວັນທີ 15 ເມສາ ຄສ 2017 (ເນົາວັນດຽວ).

- ວັນສັງຂານຂຶ້ນ: ວັນອາທິດ (ມື້ກ່າເຮົ້າ) ແຮມ 5 ຄໍ່າ ເດືອນ 5 ພສ 2559, ຈສ 1378, ກົງກັບ ວັນທີ 16 ເມສາ ຄສ 2017 ເວລາ 06 ໂມງ 46 ນາທີ 48 ວິນາທີ ປ່ຽນປີວອກ (ຮວາຍສັນ) ອັດຖະສົກ, ປົກກະຕິມາດ ໄປເປັນປີ ລະກາ (ເມີງເຮົ້າ) ນົບພະສົກ ຈສ 1379.

- ນາງສັງຂານ: ປີລະກາ (ເມີງເຮົ້າ) ນົບພະສົກ ທາງຈັນທະລະຄະຕິ ເປັນປົກກະຕິມາດ, ປົກກະຕິວານ. ທາງສຸລິຍະຄະຕິເປັນປົກກະຕິສຸລະທິນຄືກັນ.
ນາມມະຫາສົງການ ນາງເທບທິດາທີ 6 ຊົງພະນາມວ່າ “ກິມິທາເທວີ” ຊົງພາຫູລັດທັດດອກຈັງກອນ (ບົວແບ້), ອາພອນປະດັບໄປດ້ວຍແກ້ວບຸສະລາຄຳ (ແກ້ວສີເຫຼືອງ), ສະເຫວີຍກ້ວຍນໍ້າເປັນພັດຕາຫານ, ພະຫັດຂວາຊົງພະຂັນ (ດາບ), ພະຫັດຊ້າຍຊົງພິນ, ສະເດັດນັ່ງມາເທິງຫຼັງມະຫິງສາ(ຄວາຍ) ເປັນພາຫະນະ.

- ເກນພິລຸນະສາດ: ພະອັງຄານ ເປັນອະທິບໍດີ, ນາກຫຼິ້ນນໍ້າ 7 ໂຕ, ບັນດານໃຫ້ຝົນຕົກ 300 ຫ່າ, ຕົກໃນຂອບຈັກກະວານ 120 ຫ່າ, ຕົກໃນປ່າຫິມະພານ 90 ຫ່າ, ຕົກໃນມະຫາສະສະໝຸດ 60 ຫ່າ ແລະຕົກໃນມະນຸດໂລກ 30 ຫ່າ.

- ເກນທາລາທິຄຸນ: ຕົກລາສີອາໂປ, ນໍ້າຈະມາກ, ຝົນຕົ້ນປີຈະໜ້ອຍ, ກາງປີຈະງາມ, ປາຍປີຈະມາກ, ນາດອນແລະນາລຸ່ມຈະດີທຸກແຫ່ງ, ຈະມີກະແສລົມພາຍຸພັດແຮງຫຼາຍທີ່ສຸດ ມາຈາກທິດທັງ 4 ຕາມລະດູການ.

- ເກນທັນຍາຫານ: ຊື່ວ່າວິບັດ ເຂົ້າກ້າ ໄຮ່ ນາ ຈະມີດ້ວງ ບົ້ງ ແມງ ກິນ ຈະໄດ້ຜົນແຕ່ເຄິ່ງດຽວ, ເຂົ້ານາຈະຢືນຕາຍ, ຈະເກີດໄພແຫ້ງແລ້ງ, ນໍ້າຈະໜ້ອຍກວ່າທຸກປີ.

- ຜະຫຼາມັດສະມັງສາຫານ: ໝາກໄມ້ຈະດົກມາກ, ຊີ້ນປາອາຫານຈະມີພໍສົມຄວນ, ເຂົ້າປາພືດພັນຈະແພງ.

- ລຸກຂະຊາດ: ໄມ້ຈວງຈັນ(ໄມ້ກ່ອງ)ເປັນພະຍາ, ຄົນທັງຫຼາຍມັກຈະເປັນພະຍາດ ແຕ່ເດັກນ້ອຍມັກຈະເຈັບຫູເຈັບຕາມາກນັກ, ແພ້ແພດແພ້ໝໍ…

- ເກນກາລະໂຍກ: ວັນອັງຄານເປັນທຸງໄຊ, ວັນພະຫັດອະທິບໍດີ ວັນພະຫັດອຸບາດ, ວັດເສົາໂລກາວິນາດ.

ສະຫຼຸບຜົນສຳເລັດການຄຳນວນດັ່ງນີ້:
1. ຫໍລະຄຸນອັດຕາ 503693 ຈຳນວນວັນທີ່ລ່ວງມາແລ້ວ (1379)
2. ກຳມັດຊະພົນອັດຕາ 574 ປົກກະຕິສຸລະທິນ
3. ອຸດຈະພົນອັດຕາ 2112 ຈຳນວນ 365 ວັນ ໃນຮອບ 1 ປີ
4. ອະວະມານອັດຕາ 429 ປົກກະຕິວານ
5. ມາດສະເກນອັດຕາ 17056 ປົກກະຕິມາດ
6. ດິຖິຖະເຫຼິງສົກ 20 ເດືອນ 5 ແຮມ 5 ຄໍ່າ ເປັນວັນສັງຂານຂຶ້ນປີໃໝ່ລາວ
7. ວາລະຖະເຫຼິງສົກ 1 ວັນອາທິດ


ຄຳນວນໂດຍ: ສາທຸ ບຸນທັນ ປຸນຍະກາມະເຖລະ ວັດປ່າໂພນເພົາ ວະນາລາມ ຫຼວງພະບາງ.

No comments

Powered by Blogger.