ດ່ວນ...! ສະຫະລັດອາເມຣິກາ ສົ່ງເຮືອດຳນໍ້າພະລັງງານນິວເຄຼຍທຽບທ່າເກົາຫຼີໃຕ້ - ອິດສະຫຼະ

ດ່ວນ...! ສະຫະລັດອາເມຣິກາ ສົ່ງເຮືອດຳນໍ້າພະລັງງານນິວເຄຼຍທຽບທ່າເກົາຫຼີໃຕ້



ສຳນັກຂ່າວ CGTN ລາຍງານ 25 ເມສາ 2017 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ລາຍງານວ່າ ເຮືອດຳນໍ້າພະລັງງານນິວເຄຼຍ USS Michigan ຂອງກອງທັບເຮືອສະຫະລັດ ເຂົ້າຈອດທຽບທ່າເຮືອໃນເມືອງປູຊານ ຂອງເກົາຫຼີໃຕ້ໃນມື້ເຊົ້ານີ້ (25 ເມສາ), ດ້ານກະຊວງປ້ອງກັນປະເທດສະຫະລັດເປີດເຜີຍວ່າ ເປັນການຈອດທຽບທ່າຕາມກຳນົດການ ເພື່ອໃຫ້ລູກເຮືອໄດ້ມີໂອກາດພັກ ແລະ ເພື່ອການຂົນຖ່າຍສະບຽບເທົ່ານັ້ນ ແຕ່ສະຫງວນທ່າທີ່ວ່າເຮືອດຳນໍ້າລຳນີ້ຈະເຂົ້າມາຮ່ວມເຝິກຊ້ອມຮົບກັບກອງເຮືອ Armada ທີ່ນຳໂດຍເຮືອບັນທຸກເຮືອບິນ USS Carl Vinson ທີ່ຈະເດີນທາງເຖິງແຫຼມເກົາຫຼີໃນໄວໆນີ້ ຫຼື ບໍ່?

ເຖິງຢ່າງໃດກໍ່ຕາມ ການປາກົດຕົວຂອງເຮືອດຳນ້ຳ USS Michigan  ເກີດຂຶ້ນໃນມື້ດຽວກັນກັບທີ່ເກົາຫຼີເໜືອກຳລັງສະເຫຼີມສະຫຼອງວັນຄົບຮອບ 85 ປີ ຂອງການສ້າງຕັ້ງກອງທັບປະຊາຊົນເກົາຫຼີ.


No comments

Powered by Blogger.