10 ນິໄສຂອງຜູ້ຊາຍ ທີ່ທັງສາວແທ້ສາວທຽມໝາຍປອງ ແລະ ຈິນຕະນາການເຖິງ - ອິດສະຫຼະ

10 ນິໄສຂອງຜູ້ຊາຍ ທີ່ທັງສາວແທ້ສາວທຽມໝາຍປອງ ແລະ ຈິນຕະນາການເຖິງ



ຜູ້ຊາຍຄົນໃດທີ່ຍັງບໍ່ຮູ້ວ່າຜູ້ຍິງເຂົາເຈົ້າມັກຜູ້ຊາຍທີ່ມີນິໄສແບບໃດແດ່ ແນະນຳໃຫ້ລອງອ່ານ ແລະ ປະຕິບັດ, ຮັບຮອງວ່າຖ້າຜູ້ຊາຍຄົນໃດມີນິໄສແບບນີ້ 100 ທັງ 100 ບໍ່ວ່າຈະສາວແທ້ສາວທຽມຈະຫຼົງມັກຢ່າງແນ່ນອນ:

1. ມັກຜູ້ຊາຍທີ່ໃຫ້ກຽດທັງຕໍ່ໜ້າ ແລະ ລັບຫຼັງຄົນອື່ນ

2. ມັກຜູ້ຊາຍເວົ້າມ່ວນ, ອ່ອນຫວານແຕ່ບໍ່ອ່ອນແອ ແຝງດ້ວຍຄວາມເຂັ້ມແຂງ

3. ມັກຜູ້ຊາຍທີ່ຍິ້ມງ່າຍ ແລະ ມີອາລົມມ່ວນຊື່ນ

4. ມັກຜູ້ຊາຍທີ່ເອົາໃຈເກັ່ງ ຈື່ມື້ຈື່ວັນສຳຄັນຕ່າງໆໄດ້ດີ

5. ມັກຜູ້ຊາຍທີ່ເບິ່ງແລ້ວຮູ້ສຶກອົບອຸ່ນ ເພິ່ງພາໄດ້

6. ມັກຜູ້ຊາຍທີ່ຫ້າວຫັນແຂງແຮງ, ມີຄວາມເປັນຜູ້ນຳ ແຕ່ບໍ່ຖືຕົວ ແລະ ບໍ່ດູຖືກຄົນອື່ນ

7. ມັກຜູ້ຊາຍທີ່ຮູ້ຈັກຂໍໂທດ ແລະ ຍອມຮັບໃຈສິ່ງທີ່ຜິດ

8. ມັກຜູ້ຊາຍທີ່ແຕ່ງຕົວພູມຖານ ສະອາດສະອ້ານ

9. ມັກຜູ້ຊາຍທີ່ສະເໝີຕົ້ນສະເໝີປາຍ ສະແດງອອກວ່າຮັກຢ່າງສະໝ່ຳສະເໝີ

10. ມັກຜູ້ຊາຍທີ່ເວລາໄປໃສມາໃສກໍ່ບອກກໍ່ກ່າວ


No comments

Powered by Blogger.