ປ.ທຣຳ ສົນທະນາທາງໂທລະສັບບັນຫາຊີຣີ ແລະ ເກົາຫຼີເໜືອ ກັບ ປ.ປູຕິນ - ອິດສະຫຼະ

ປ.ທຣຳ ສົນທະນາທາງໂທລະສັບບັນຫາຊີຣີ ແລະ ເກົາຫຼີເໜືອ ກັບ ປ.ປູຕິນ



ສຳນັກຂ່າວຕ່າງປະເທດລາຍງານ 3 ພຶດສະນາ 2017 ວ່າ: ທຳນຽມຂາວຂອງສະຫະລັດອາເມຣິກາລາຍງານກ່ຽວກັບການສົນທະນາທາງໂທລະສັບລະຫວ່າງທ່ານ ໂດໂນ ທຣຳ ປະເທດປະເທດສະຫະລັດອາເມຣິກາ ກັບ ທ່ານ ວາລາດີເມຍ ປູຕິນ ປະທານປະເທດລັດເຊຍ ເມື່ອວັນອັງຄານຜ່ານມາ (2 ພຶດສະພາ) ເຊິ່ງຖືເປັນການໂອລົມກັນຢ່າງເປັນທາງການຄັ້ງທຳອິດ ນັບຕັ້ງແຕ່ຜູ້ນຳສະຫະລັດສັ່ງໃຫ້ກອງທັບໂຈມຄີດ້ວຍການຍິງຂີປະນາວຸດໂທມາຮັອກ 59 ລູກ ໂຈມຕີຖານທັບອາກາດແຫ່ງໜຶ່ງຂອງຊີຣີ ເມື່ອຕົ້ນເດືອນທີ່ຜ່ານມາ ເຊິ່ງສ້າງຄວາມບໍ່ພໍໃຈຢ່າງຍິງໃຫ້ແກ່ຜູ້ນຳລັດເຊຍ.

ເຊິ່ງບັນຫາສຳຄັນຂອງການສົນທະນາກ່ຽວຂ້ອງກັບສະຖານະການໃນຊີຣີ ໂດຍ ປ.ທຣຳ ຕົກລົງຈະສົ່ງຜູ້ແທນເຂົ້າຮ່ວມການເຈລະຈາສັນຕິພາບຄັ້ງໃໝ່ທີ່ນະຄອນຫຼວງອັສຕານາ ໃນກາຊັກສະຖານ ເຊິ່ງຈະມີຂຶ້ນໃນວັນພຸດ (ມື້ນີ 3 ພຶດສະພາ) ໂດຍລັດເຊຍເປັນເຈົ້າພາບ ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການຈັດຕັ້ງ "ເຂດປອດໄພ" ເພື່ອມະນຸດສະທຳ ໂດຍຜູ້ນຳຂອງທັງສອງປະເທດເຫັນດີຮ່ວມກັນວ່າ ສົງຄາມກາງເມືອງໃນຊີຣີຊຳເຮື້ອດົນເກີນໄປແລ້ວ ແລະ ຕ້ອງຢຸດຕິໃຫ້ໄວ້ທີ່ສຸດເທົ່າທີ່ຈະໄວໄດ້.

ຂະນະດຽວກັນ ປ.ທຣຳ ແລະ ປ.ປູຕິນ ຍັງໄດ້ສົນທະນາກ່ຽວກັບສະຖານະການໃນແຫຼມເກົາຫຼີ ແລະ ເຊື່ອໝັ້ນວ່າຂະບວນການເຈລະຈາຕາມວິທີການທູດຄືແນວທາງເໝາະສົມທີ່ສຸດ ໃນການແກ້ໄຂບັນຫາຄວາມຂັດແຍ່ງລະຫວ່າງເກົາຫຼີເໜືອກັບສະຫະລັດອາເມຣິກາ ນອກຈາກນີ້ ທັງສອງທ່ານຍັງໄດ້ໂອ້ລົມກັນກ່ຽວກັບການພົບປະກັນນອກຮອບຂອງການປະຊຸມສຸດຍອດຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ G20 ເຊິ່ງຈະຈັດຂຶ້ນທີ່ເມືອງຮຳບວກ ປະເທດເຢຍລະມັນ ໃນຕົ້ນເດືອນກໍລະກົດນີ້.

ເຖິງຢ່າງໃດກໍ່ຕາມ ໃນດ້ານທຳນຽມຂອງປະທານປະເທດລັດເຊຍລະບຸເຖິງການສົນທະນາກັບຜູ້ນຳສະຫະລັດໃນຄັ້ງນີ້ພຽງວ່າ "ເປັນໄປຢ່າງສ້າງສັນ" ແລະ ທັງສອງຝ່າຍມີຄວາມມຸ່ງໝັ້ນໃນຂະບວນການສ້າງສັນຕິພາບໄລຍະຍາວໃນຊີຣີ ແຕ່ບໍ່ໄດ້ລະບຸເຖິງແນວຄິດການກຳນົດເຂດປອດໄພ ຕາມທີ່ທຳນຽມຂາວຂອງສະຫະລັດອາເມຣິກາລາຍງານ.


No comments

Powered by Blogger.