ຈະເກີດຫຍັງຂຶ້ນກັບຮ່າງກາຍຖ້າຫາກຜູ້ທີ່ສູບຢາ ເຊົາສູບ - ອິດສະຫຼະ

ຈະເກີດຫຍັງຂຶ້ນກັບຮ່າງກາຍຖ້າຫາກຜູ້ທີ່ສູບຢາ ເຊົາສູບ



ການສູບຢາເປັນພຶດຕິກຳອັນຕະລາຍທີ່ສົ່ງຜົນເສຍຕໍ່ສຸຂະພາບເປັນຢ່າງຍິງ ດັ່ງນັ້ນ, ເມື່ອໃດທີ່ທ່ານຕັດສິນໃຈເຊົາສູບຢາ ທຸກຢ່າງໃດຮ່າງກາຍຈະມີການປັບຕົວເຂົ້າສູ່ພາວະປົກກະຕິທີ່ດີຂຶ້ນ:

1. ເລີ່ມການປ່ຽນແປງ: 20 ນາທີ່ພາຍຫຼັງຈາກສູບຢາກອກສຸດທ້າຍ ຊີບພະຈອນ ແລະ ຄວາມດັນຈະເປັນປົກກະຕິ

2. ກັບສູ່ພາວະປົກກະຕິ: ຫຼັງຈາກເຊົາສູບຢາຜ່ານໄປພຽງ 8 ຊົ່ວໂມງເທົ່ານັ້ນ ປະລິມານອາຍກາກໂບນິກ ແລະ ອົກຊີໃນເລືອດຈະກັບມາເປັນປົກກະຕິ

3. ຄວາມສ່ຽງຕໍ່ການເກີດພາວະຫົວໃຈວາຍຫຼຸດລົງ: ຫຼັງຈາກເຊົາສູບຢາຜ່ານໄປພຽງ 24 ຊົ່ວໂມງ ຄວາມສ່ຽງຕໍ່ການເກີດພາວະຫົວໃຈວາຍຈະຫຼຸດລົງ

4. ປະສາດການຮັບຮູ້ຟື້ນຟູດີຂຶ້ນ: ຫຼັງຈາກເຊົາສູບຢາ 48 ຊົ່ວໂມງ ການຮັບຮູ້ລົດຊາດ ແລະ ກິ່ນຈະດີຂຶ້ນ ແລະ ສ່ວນປາຍປະສາດຈະເລີ່ມກັບມາຈະເລີນເຕີບໃຫຍ່ຂຶ້ນໃໝ່

5. ລະບົບການໄຫຼວຽນດີຂຶ້ນ: ຫຼັງຈາກເຊົາສູບຢາປະມານ 2 ອາທິດ ເຖິງ 3 ເດືອນ ການໄຫຼວຽນເລືອດຈະດີຂຶ້ນ ແລະ ເຮັດວຽກໄດ້ສະດວກຂຶ້ນ ຍິ່ງໄປກວ່ານັ້ນປະສິດທິພາບການເຮັດວຽກຂອງປອດຈະເພີ່ມຂຶ້ນ 30%

6. ຫາຍໃຈສະດວກຂຶ້ນ: ຫຼັງຈາກເຊົາສູບຢາ 1-9 ເດືອນ ຮ່າງກາຍຈະຟື້ນຟູພະລັງງານກັບຄືນມາ ແລະ ບັນຫາກ່ຽວກັບການຫາຍໃຈຕິດຂັດ, ໄອ ແລະ ເຈັບຄໍຈະໝົດໄປ ນອກຈາກນີ້ຂົນນ້ອຍໆໃນປອດທີ່ຮຽກວ່າ Cilia ຈະງອກຂຶ້ນໃໝ່ ປອດຈຶ່ງທຳຄວາມສະອາດຕົວເອງໄດ້ຢ່າງມີປະສິດທິພາບ ແລະ ຫຼຸດຄວາມສ່ຽງຂອງການຕິດເຊື້ອ

7. ສຸຂະພາບຫົວໃຈດີຂຶ້ນ: ຫຼັງຈາກເຊົາສູບຢາຜ່ານໄປ 1 ປີ ຄວາມສ່ຽງຂອງການເກີດໂລກຫຼອດເລືອດຫົວໃຈຕີບຈະຫຼຸດລົງກວ່າສອງເທົ່າ

8. ຄວາມສ່ຽງເປັນໂລກມະເຮັງຫຼຸດລົງ: ຫຼັງຈາກເຊົາສູບຢາຜ່ານໄປ 5 ປີ ຄວາມສ່ຽງຕໍ່ການເປັນໂລກມະເຮັງລຳຄໍ, ມະເຮັງຊ່ອງປາກ ແລະ ມະເຮັງປອດອາຫານ ຈະຫຼຸດລົງເຄິ່ງໜຶ່ງ ແລະ ອັດຕາເສຍຊີວິດຈາກມະເຮັງປອດຈະຫຼຸດລົງເປັນສອງເທົ່ານໂດຍສະເລ່ຍກັບຜູ້ສູບຢາ

9. ຄວາມສ່ຽງເປັນໂລກມະເຮັງປອດຫຼຸດລົງ: ຫຼັງຈາກເຊົາສູບຢາຜ່ານໄປ 10 ປີ ອັດຕາການຕາຍດ້ວຍມະເຮັງປອດຈະທຽບໄດ້ກັບຄົນທີ່ບໍ່ສູບ ເນື່ອງຈາກເຊວປົກກະຕິກ່ອນຈະເປັນມະເຮັງໄດ້ເຂົ້າມາແທນທີ່ແລ້ວ ນອກຈາກນີ້ຄວາມສ່ຽງຕໍ່ການເປັນໂລກພົກຍ່ຽວ, ໝາກໄຂ່ຫຼັງ, ໂລກກ່ຽວກັບລຳຄໍ, ຊ່ອງປາກ, ຫຼອດອາຫານ ແລະ ມະເຮັງຕັບອ່ອນ ຈະຫຼຸດລົງຢ່າງຊັດເຈນ

10. ກາຍເປັນຄົນໃໝ່: ພາຍຫຼັງເຊົາສູບຢາຜ່ານໄປ 15 ປີ ຄວາມສ່ຽງຕໍ່ການເປັນໂລກຫົວໃຈຈະຄືກັບຄົນທີ່ບໍ່ສູບຢາທົ່ວໆໄປ.

No comments

Powered by Blogger.