ບັງກະລາເທດອົບພະຍົບປະຊາຊົນກວ່າ 1 ລ້ານຄົນຢ່າງເລັ່ງດ່ວນ ໜີພາຍຸໄຊໂຄນໂມຣາ - ອິດສະຫຼະ

ບັງກະລາເທດອົບພະຍົບປະຊາຊົນກວ່າ 1 ລ້ານຄົນຢ່າງເລັ່ງດ່ວນ ໜີພາຍຸໄຊໂຄນໂມຣາ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງທາກາ ປະເທດບັງກະລາເທດ 30 ພຶດສະພາ 2017 ວ່າ: ສຳນັກງານເຕືອນໄພພິບັດແຫ່ງຊາດບັງກະລາເທດປະກາດເຕືອນໄພອັນຕະລາຍຈາກພາຍຸໄຊໂຄນໂມຣາໃນ "ລະດັບ 10" ເຊິ່ງເປັນລະດັບສູງສຸດ ຄວບຄຸມເຂດຊາຍຝັ່ງເບື້ອງຕາເວັນອອກຂອງປະເທດທັງໝົດ ລວມເຖິງເມືອງຄັອກບາຊາ ທີ່ເປັນເມືອງສຳຄັນທາງພາກໃຕ້ຂອງປະເທດດ້ວຍ ເນື່ອງຈາກເຂດດັ່ງກ່າວເປັນເຂດລຸ່ມນ້ຳ ສ່ວນໃນເຂດຊາຍຝັ່ງເບື້ອງຕາເວັນຕົກໃຊ້ຄຳສັ່ງເຕືອນໄພລະດັບ 8 ໂດຍຂໍໃຫ້ປະຊາຊົນທັງໝົດໃນເຂດເຕືອນດັ່ງກ່າວທີ່ມີຢູ່ຫຼາຍກວ່າ 1 ລ້ານຄົນອົບພະຍົບໜີກ່ອນພາຍຸຈະຂຶ້ນຝັ່ງໃນມື້ນີ້ (ອັງຄານ 30 ພຶດສະພາ 2017).


ເຊິ່ງສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດບັງກະລາເທດລາຍງານວ່າ ໄຊໂຄນໂມຣາຢູ່ຫ່າງຈາກເມືອງຈິດຕະກອງປະມານ 385 ກິໂລແມັດ ແລະ ເຄື່ອນທີ່ດ້ວຍຄວາມໄວລົມໃກ້ສູນກາງລະຫວ່າງ 89-117 ກມ ພ້ອມທັງເຕືອນໄພການເກີດຄື້ນສູງປະມານ 1.2-1.5 ແມັດ ແລະ ຂໍໃຫ້ເຮືອປະມົງງົດອອກຈາກຝັ່ງໃນໄລຍະນີ້.



No comments

Powered by Blogger.