ຄວາມຮຸນແຮງທີ່ມາຣາວີ ປະເທດຟິລິບປິນ ເສຍຊີວິດແລ້ວກວ່າ 100 ຄົນ ແລະ ປະຊາຊົນຍັງຕິດຢູ່ໃນເມືອງເຖິງ 2,000 ຄົນ - ອິດສະຫຼະ

ຄວາມຮຸນແຮງທີ່ມາຣາວີ ປະເທດຟິລິບປິນ ເສຍຊີວິດແລ້ວກວ່າ 100 ຄົນ ແລະ ປະຊາຊົນຍັງຕິດຢູ່ໃນເມືອງເຖິງ 2,000 ຄົນ



ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງມາຣາວີ ປະເທດຟິລິບປິນ 30 ພຶດສະພາ 2017 ວ່າ: ພົນເອກ ເອດູອາໂກ ອາໂນ ຜູ້ບັນຊາການທະຫານສູງສຸດຂອງຟິລິບປິນ ຖະແຫຼງວ່າຈຳນວນຜູ້ເສຍຊີວິດຈາກການສູ້ຮົບລະຫວ່າງທະຫານກັບກຸ່ມເມົາເຕ ໃນເມືອງມາຣາວີ ຢູ່ເກາະມິນດາເນົາ ພາກໃຕ້ຂອງປະເທດ ທີ່ເລີ່ມມາຕັ້ງແຕ່ວັນທີ 23 ພຶດສະພາ 2017 ເພີ່ມເປັນຢ່າງໜ້ອຍ 105 ຄົນ ແບ່ງເປັນກຸ່ມເມົາເຕ 61 ຄົນທີ່ປະກອບດ້ວຍນັກຮົບຕ່າງຊາດຈາກອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະ ຊາດອາຣັບບາງປະເທດລວມຢູ່ນຳ; ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ 20 ຄົນ ແລະ ປະຊາຊົນ 24 ຄົນ.

ເຖິງຢ່າງໃດກໍ່ຕາມກອງທັບກຳລັງພະຍາຍາມຢ່າງຍິ່ງໃນການຢຸດຕິສະຖານະການໃນເມືອງມາຣາວີໃຫ້ໄດ້ພາຍໃນອາທິດນີ້ ແລະ ກໍ່ເຂົ້າໃກ້ສູ່ໄຊຊະນະຫຼາຍຂຶ້ນ ເມື່ອສາມາດຢືດຄືນໄດ້ແລ້ວ 87 ບ້ານ ຈາກທັງໝົດ 96 ບ້ານ ໂດຍເຊື່ອວ່າສາມະຊິກກຸ່ມເມົາເຕທີ່ຍັງຄົງຫຼົບລີ້ຢູ່ໃນເຂດດັ່ງເໜືອພຽງບໍ່ພໍເທົ່າໃດຄົນ ແຕ່ຍອມຮັບວ່າກຸ່ມຄົນຮ້າຍຊ່ຽວຊານເລື່ອງເສັ້ນທາງໃນເຂດນັ້ນຫຼາຍ ຈຶ່ງອາດເຮັດໃຫ້ບາງສ່ວນຫຼົບໜີໄປໄດ້ ເຖິງວ່າເຈົ້າໜ້າທີ່ຈະສາມາດຄວບຄຸມເສັ້ນທາງເຂົ້າອອກເມືອງໄດ້ແລ້ວທັງໝົດກໍ່ຕາມ.

ຂະນະດຽວກັນທຸກຝ່າຍຍັງມີຄວາມເປັນຫ່ວງຕໍ່ຊະຕາກຳຂອງປະຊາຊົນທີ່ຍັງຕິດຢູ່ໃນເມືອງມາຣາວີປະມານ 2,000 ຄົນ ເຊິ່ງກອງທັບຢືນຢັນຈະໃຫ້ການຊ່ວຍເຫຼືອທຸກຄົນອອກມາໃຫ້ໄດ້ໂດຍໄວທີ່ສຸດ ສ່ວນເມືອງອີລິກັນທີ່ຢູ່ຕິດກັບເມືອງມາຣາວີໄດ້ຍົກລະດັບມາດຕະການຮັກສາຄວາມປອດໄພສູງສຸດ ເພາະເປັນຫ່ວງວ່າກຸ່ມເມົາເຕອາດຈະແຊກຕົວເຂົ້າໄປພ້ອມກັບປະຊາຊົນຈາກເມືອງມາຣາວີທີ່ພົບພະຍົມເຂົ້າໄປ.

No comments

Powered by Blogger.