ຂໍ້ຄວນປະຕິບັດ ເພື່ອໃຫ້ຫ່າງໄກຈາກໄຂເລືອດອອກ ທີ່ມັກແຜ່ລະບາດໃນລະດູຝົນນີ້ - ອິດສະຫຼະ

ຂໍ້ຄວນປະຕິບັດ ເພື່ອໃຫ້ຫ່າງໄກຈາກໄຂເລືອດອອກ ທີ່ມັກແຜ່ລະບາດໃນລະດູຝົນນີ້



ຂະນະທີ່ເຂົ້າສູ່ລະດູຝົນ ເຮັດໃຫ້ໂລກຫຼາຍຊະນິດແຜ່ລະບາດໄດ້ງ່າຍ ແລະ ວ່ອງໄວ ໂດຍສະເພາະໂລກໄຂ້ເລືອດອອກທີ່ສ້າງພາລະ ແລະ ບັນຫາໃນຫຼາຍປະເທດທົ່ວໂລກ ດັ່ງນັ້ນ, ສະມາຄົມໂລກຕິດເຊື້ອໃນເດັກແຫ່ງອາຊີໄດ້ຄຳແນະນຳ ຂໍ້ຄວນປະຕິບັດເພື່ອປະສິດທິພາບໃນການປ້ອງກັນໄຂ້ເລືອດອອກທີ່ມາພ້ອມກັບລະດູຝົນນີ້:

1. ຖິ້ມຂີ້ເຫຍື້ອ ຫຼື ສິ່ງຂອງທີ່ນ້ຳຝົນສາມາດຂັງໄດ້ໃຫ້ດີ ໂດຍສະເພາະຢາງລົດເກົ່າ, ຖັງນ້ຳ, ສາຍຢາງ, ໂຖດອກໄມ້ ຫຼື ພາຊະນະຕ່າງໆ ເພາະຍຸງຫຼາຍທີ່ມີເຊື່ອສາມາດມີຊີວິດ ແລະ ແຜ່ພັນບ່ອນໃດກໍ່ໄດ້ທີ່ມີນ້ຳຂັງ.

2. ໃຊ້ຢາທາກັນຍຸງທີ່ມີສານ DEET ແລະ ICARIDIN ສຳລັບຜິວໜັງ ຫຼື ເຄື່ອງນຸ່ງ ຫຼື ຢາໄຕ້ຍຸງ ສຳລັບເດັກນ້ອຍ ແລະ ຜູ້ໃຫຍ່ທີ່ຕ້ອງນອກສວາຍ, ຄວນນອນກາງມຸ້ງ ຫຼື ເປີດເຄື່ອງປັບອາກາດເພື່ອຊ່ວຍໄລ່ຍຸງ ແລະ ປ້ອງກັນຍຸງລາຍກັດໂດຍສະເພາະຕອນເຊົ້າ ແລະ ໃກ້ຄ່ຳ ເຊິ່ງເປັນເວລາທີ່ຍຸງລາຍອອກຫາກິນທັງໃນເຮືອນ ແລະ ນອກເຮືອນ.

3. ນຸ່ງເຄື່ອງໃຫ້ປົກປິດ ໂດຍສະເພາະບໍລິເວັນຂາ, ເຂົ່າ, ຄໍ ແລະ ຫູ ຍຸງລາຍມັກບິນມາກັດທາງດ້ານລັງຂໍ້ຕີນ ແລະ ຂໍ້ສອກ ໂດຍທີ່ເຮົາບໍ່ຮູ້ສຶກຕົວ.

4. ຢ່າປະມາດວ່າຕົນເອງສຸຂະພາບແຂງແຮງແລ້ວບໍ່ສ່ຽງ ເພາະໄຂ້ເລືອດອອກສາມາດເກີດໄດ້ໃນທຸກໄວ, ທຸກສະຖານະ, ທຸກສະພາບຮ່າງກາຍ, ທຸກຄົນມີຄວາມສ່ຽງທີ່ຈະເປັນໄຂ້ເລືອດອອກໄດ້ໂດຍສະເພາະໃນລະດູຝົນທີ່ມີການເພາະພັນ ແລະ ລະບາດຂອງຍຸກລາຍ

5. ໝັ່ນສັງເກດສັນຍານໄຂ້ເລືອດອອກໄດ້ແກ່ ໄຂ້ສູງ, ປວດຫົວ, ປວດກະບອກຕາ, ປວດເມື່ອຍກ້າມຊີ້ນ, ພວນທ້ອງ, ປວດຮາກ, ຮາກ, ເບື່ອອາຫານ, ໜ້າແດງ, ອາດພົບຈຸດເລືອດທີ່ຜິວໜັງ ໄຂ້ເລືອດອອກມັກບໍ່ໄອ, ບໍ່ມີຂີ້ມູກ ເຊິ່ງເປັນຂໍ້ແຕກຕ່າງຈາກໄຂ້ຫວັດທີ່ຈະມີຂີ້ມູກອອກມາ ຍົກເວັ້ນແຕ່ຈະເປັນໄຂ້ທັງສອງຊະນິດໃນເວລາດຽວກັນອາດຈະມີອາການທັງໄອ ແລະ ມີຂີ້ມູກນຳ.

6. ຫາກຮູ້ສຶກບໍ່ສະບາຍ ຫຼື ສົງໄສວ່າມີອາການໄຂ້ເລືອດອອກ ຄວນດື່ມນ້ຳຫຼາຍໆ ເບິ່ງແຍງບໍ່ໃຫ້ຮ່າງກາຍຂາດນ້ຳໄວ້ກ່ອນ ເພື່ອເປັນການປ້ອງກັນພາວະຂາດນ້ຳໄວ້ຕັ້ງແຕ່ໃນໄລຍະເລີ່ມຕົ້ນຂອງການຕິດເຊື້ອໄຂ້ເລືອດອອກ ໃນກໍລະນີທີ່ຕິດເຊື້ອແທ້ບໍ່ຕ້ອງຖ້າໃຫ້ໂລກເຂົ້າສູ່ໄລຍະວິກິດທີ່ມີການຮົ່ວຂອງພາສມາອອກນອກເສັ້ນເລືອດ ຫຼື ຊັອກແລ້ວຈຶ່ງຄ່ອຍໄປຫາໝໍ ໃຫ້ໄປຫາໝໍແຕ່ຫົວທີທີ່ມີອາການໂລດ,​ ຈາກການສຶກສາພົບວ່າຫາກໄດ້ຮັບປະລິມານນ້ຳທີ່ພຽງພໍກ່ອນມາພົບແພດ 24 ຊົ່ວໂມງ ຈະຊ່ວຍຫຼຸດຄວາມສ່ຽງທີ່ຈະຕ້ອງນອນຢູ່ໂຮງໝໍລົງໄດ້.

7. ຫຼີກລ້ຽງການປິ່ນປົວ ຫຼື ກິນຢາເພື່ອຫຼຸດອາການດ້ວຍຕົນເອງ ໂດຍສະເພາະຢາຈຳພວກແອວໄພຣິນ ຫຼື ຢາໄອບູໂພເຟັນ ລວມເຖິງຫ້າມກິນຢາຂ້າເຊື້ອ ເພາະໄຂ້ເລືອດອອກເປັນເຊື້ອໄວຣັສ ບໍ່ແມ່ນເຊື້ອແບັດທີເຣຍ.

8. ໃຫ້ຮີບຮ້ອນໄປພົບແພດໝໍ ຫຼື ໄປໂຮງໝໍຫາກສົ່ງໄສວ່າເລີ່ມມີອາກາດ ເພື່ອຊ່ວຍຫຼຸດຄວາມສ່ຽງຕໍ່ການຕິດເຊື້ອລຸກລາມ ແລະ ການປິ່ນປົວທີ່ຖືກຕ້ອງ


No comments

Powered by Blogger.