ຢາສູບໄພຂົ່ມຂູ່ຕໍ່ການພັດທະນາ ໄພຂົ່ມຂູ່ຕໍ່ສຸຂະພາບ - ອິດສະຫຼະ

ຢາສູບໄພຂົ່ມຂູ່ຕໍ່ການພັດທະນາ ໄພຂົ່ມຂູ່ຕໍ່ສຸຂະພາບ



31 ພຶດສະພາ ເປັນວັນງົດສູບຢາໂລກ ເຊິ່ງວັນດັ່ງກ່າວເລີ່ມມີການຈັດກິດຈະກຳການປຸກລະດົມຄັ້ງທຳອິດໃນວັນທີ 31 ພຶດສະພາ 1988 ເນື່ອງຈາກອົງການອະນາໄມໂລກໄດ້ເລັງເຫັນເຖິງອັນຕະລາຍຂອງຢາສູບ ແລະ ສຸຂະພາບຂອງຜູ້ສູບຢາ ລວມເຖິງຜູ້ທີ່ບໍ່ສູບແຕ່ຕ້ອງມາຮັບຄວັນມືສອງ ຈຶ່ງໄດ້ມີການຈັດກິດຈະກຳວັນງົດສູບຢາໂລກ World No Tobacco Day ເພື່ອກະຕຸ້ນໃຫ້ຜູ້ທີ່ສູບຢາຢູ່ເຊົາສູບ ແລະ ໃຫ້ລັດຖະບານ, ໜ່ວຍງານ ແລະ ປະຊາກອນໂລກ ໄດ້ເຂົ້າໃຈວ່າ ການສູບຢາປຽບດັ່ງໂລກລະບາດຊະນິດໜຶ່ງທີ່ລະບາດຢູ່ໃນໂລກຕອນນີ້ ເຊິ່ງໃນປີນີ້ 2017 ມີຄຳຂວັນວ່າ "Tobacco : a threat to development" ແປເປັນລາວ "ຢາສູບ : ໄພຂົ່ມຂູ່ຕໍ່ການພັດທະນາ"

ຂໍ້ມູນສຳຄັນ:
- ແຕ່ລະປີທົ່ວໂລກມີຜູ້ເສຍຊີວິດກ່ອນເວລາອັນຄວນຈາກການສູບຢາ 6 ລ້ານຄົນ ແລະ ຕົວເລກນີ້ຈະເພີ່ມຂຶ້ນເປັນກວ່າ 8 ລ້ານຄົນໃນປີ 2030 ຫາກບໍ່ມີການຄວບຄຸມການບໍລິໂພກຢາສູບ ຫຼື ການສູບຢາຢ່າງຈິງຈັງ
- ການໃຊ້ຢາສູບກໍ່ໃຫ້ເກີດຄວາມເສຍຫາຍທາງເສດຖະກິດຂອງປະເທດຢ່າງມະຫາສານ ໂດຍການເພີ່ມຄ່າໃຊ້ຈ່າຍດ້ານບໍລິການສາທາລະນະສຸກ ແລະ ເຮັດໃຫ້ຜູ້ທຸກຍາກຍິ່ງທຸກຂຶ້ນຕື່ມ.

- ການເຮັດສວນຢາສູບຕ້ອງໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເປັນຈຳນວນຫຼາຍ ເຊິ່ງຈະເປັນພິດ ແລະ ປົນເປື້ອນແຫຼ່ງນ້ຳ ແຕ່ລະປີການເຮັດສວນຢາສູບໃຊ້ເນື້ອທີ່ 26.8 ລ້ານໄລ່ ເຮັດໃຫ້ເກີດການທຳລາຍປ່າທົ່ວໂລກ ຍິ່ງໄປກວ່ານັ້ນການຜະລິດຢາສູບເຮັດໃຫ້ເກີດຂີ້ເຫຍື້ອຫຼາຍກວ່າ 2 ລ້ານໂຕນ.

ການຄວບຄຸມການບໍລິໂພກຢາສູບ ດີຕໍ່ສຸຂະພາບ, ດີຕໍ່ການພັດທະນາປະເທດ
- ທຸກປະເທດຈະໄດ້ປະໂຫຍດ ຖ້າປະສົບຄວາມສຳເລັດໃນການຄວບຄຸມການລະບາດຂອງຢາສູບ ໂດຍການປົກປ້ອງປະຊາຊົນຈາກອັນຕະລາຍຂອງການສູບຢາ ແລະ ຫຼຸດຄວາມສູນເສຍທາງເສດຖະກິດຂອງປະເທດ

- ການຄວບຄຸມຢາສູບໄດ້ບັນຈຸເຂົ້າໃນວາລະຂອງການພັດທະນາທີ່ຍືນຍົງເປັນໜຶ່ງໃນວາລະທີ່ວ່າດ້ວຍການຫຼຸດຜ່ອນການເສຍຊີວິດກ່ອນເວລາອັນຄວນຈາກໂລກບໍ່ຕິດຕໍ່ຊຳເຮື້ອ (NCDs) ລົງ 1 ໃນ 3 ພາຍໃນປີ 2030.


No comments

Powered by Blogger.