ເຮົາສາມາດເຮັດໄດ້ 9 ຂໍ້ຄິດດີໆຈາກ Bill Gates ທີ່ລາວເຮັດແລ້ວປະສົບຄວາມສຳເລັດ - ອິດສະຫຼະ

ເຮົາສາມາດເຮັດໄດ້ 9 ຂໍ້ຄິດດີໆຈາກ Bill Gates ທີ່ລາວເຮັດແລ້ວປະສົບຄວາມສຳເລັດ



ທຸກຄົນຮູ້ຈັກຄົນໆນີ້ດີຢູ່ແລ້ວ ທ່ານ Bill Gates (ບິວ ເກດ) ເປັນນັກທຸລະກິດຜູ້ກໍ່ຕັ້ງ Microsoft ແລະ ຜູ້ບຸກເບີກຍຸກ Personal Computer ທີ່ໄດ້ຮັບຈັດອັນດັບວ່າເປັນຄົນທີ່ເກັ່ງ ແລະ ຮັ່ງມີທີ່ສຸດຄົນໜຶ່ງຂອງໂລກ ແລະ ຍັງຮູ້ຈັກກັນດີໃນນາມເສດຖີຜູ້ທີ່ຮຽນບໍ່ຈົບ ແຕ່ປະສົບຄວາມສຳເລັດໃນຊີວິດ ມື້ນີ້ຈຶ່ງໄດ້ນຳເອົາແນວຄິດ 9 ຂໍ້ດີໆຈາກທ່ານ ບິວ ເກດ ມາໃຫ້ອ່ານວ່າເຮັດແບບໃດຈຶ່ງຈະປະສົບຄວາມສຳເລັດ

1. Have energy ເຮັດຫຍັງຕ້ອງມີພະລັງ : ບໍ່ວ່າເຮົາຈະເຮັດສິ່ງໃດ ບໍ່ວ່າຈະເປັນເລື່ອງການຮຽນ ຫຼື ການເຮັດວຽກ ກໍ່ຕ້ອງເຮັດທຸກຢ່າງໃຫ້ເຕັມທີ່ ແລະ ເຮັດຢ່າງມີເປົ້າໝາຍ ເພາະມັນສາມາດເຮັດໃຫ້ເຮົາມີພະລັງໃນການເຮັດສິ່ງເຫຼົ່ານັ້ນໃຫ້ສຳເລັດລຸລ່ວງໄປໄດ້ດ້ວຍດີ

2. Have a BAD influence ປະລິນຍາບໍ່ກ່ຽວ ຂໍພຽງແຕ່ເຈົ້າມີອິດທິພົນ ກໍ່ເປັນໃຫຍ່ໄດ້ : ຄວາມຈິງແລ້ວການຮຽນກໍ່ເປັນສິ່ງທີ່ສຳຄັນ ແຕ່ວ່າການຮຽນຮູ້ບໍ່ໄດ້ມີແຕ່ໃນຫ້ອງຮຽນເທົ່ານັ້ນ ເພາະສິ່ງຮອບຕົວເຮົາລ້ວນແຕ່ຖືໄດ້ວ່າເປັນສິ່ງທີ່ເຮົາສາມາດຮຽນຮູ້ ແລະ ນຳໄປປັບໃຊ້ໃນການເຮັດວຽກໃຫ້ປະສົບຄວາມສຳເລັດໄດ້ ຂໍພຽງແຕ່ເຮົາພະຍາຍາມ, ດຸໝັ່ນ ພຽງເທົ່ານີ້ກໍ່ເປັນໃຫຍ່ໄດ້ແລ້ວ.

3. Work hard  ເຮັດວຽກໃຫ້ໜັກ : ບາງຄົນອາດຈະຄິດວ່າການເຮັດວຽກເປັນສິ່ງທີ່ທຳຮ້າຍຕົວເອງ ເລີຍເລືອກທີ່ຈະເຮັດວຽກງ່າຍໆ ບໍ່ຕ້ອງເມື່ອຍດີກວ່າ ແຕ່ຮູ້ບໍ່ວ່າການເຮັດວຽກໜັກເປັນສິ່ງທີ່ຈະເຮັດໃຫ້ເຮົາປະສົບຄວາມສຳເລັດໃນສິ່ງທີ່ເຮົາຫວັງໄວ້ ສຸດທ້າຍແລ້ວເຮົາກໍ່ສະບາຍໃນທີ່ສຸດ

4. Create The future ສ້າງອະນາຄົດ : ການຮຽນ ຫຼື ການເຮັດວຽກບໍ່ແມ່ນວ່າຈະເບິ່ງກັນໃນໄລຍະສັ້ນໆ ເຮົາຄວນເບິ່ງໄປເຖິງອະນາຄົດຂອງຕົວເຮົາເອງວ່າ ເຮົາຢາກເປັນຫຍັງ? ຕ້ອງການຫຍັງ? ເພື່ອເປັນການສ້າງອະນາຄົດໃຫ້ກັບຕົວເອງ

5. Enjoy what you do ມີຄວາມສຸກກັບສິ່ງທີ່ເຮົາເຮັດ : ໃຜທີ່ຮູ້ສຶກເບື່ອໃນສິ່ງທີ່ກຳລັງເຮັດຢູ່ ບອກເລີຍວ່າໃຫ້ປ່ຽນຄວາມຄິດໃໝ່ ເພາະຖ້າເຮົາເຮັດໃນສິ່ງທີ່ບໍ່ມັກໄປເລື້ອຍໆ ສຸດທ້າຍແລ້ວວຽກທີ່ອອກມາຈະບໍ່ດີ ບໍ່ມີຄວາມສຸກໃນການເຮັດວຽກ ໃຫ້ເຮົາລອງຫາສິ່ງທີ່ເຮົາມັກ ເຮັດແລ້ວມີຄວາມສຸກ ຮັບຮອງເລີຍວ່າວຽກຈະອອກມາດີແນ່ນອນ.

6. Play bridge ຫຼິ້ນໄພ້ (Bridge ເປັນຊື່ໄພ້ຊະນິດໜຶ່ງ) ທຸກຄັ້ງທີ່ ທ່ານ ບິວ ເກດ ຫຼິ້ນຈະຊ່ວຍໃຫ້ຄິດວາງແຜນບໍລິຫານທຸລະກິດໄດ້ (ໝາຍເຖິງການພັກຜ່ອນ) : ໃຫ້ພັກຜ່ອນແນ່ ເພາະການພັກຜ່ອນຖືເປັນສິ່ງທີ່ດີ ເຮົາບໍ່ຄວນຄຽດເກີນໄປ ເພາະມັນຈະເຮັດໃຫ້ເຮົາຄິດວຽກບໍ່ອອກ ແຖມຍັງເຮັດໃຫ້ວຽກຊ້າລົງອີກດ້ວຍ ເຊິ່ງທຸກຄັ້ງທີ່ທ່ານ ບິວ ເກດ ຄິດເລື່ອງວຽກບໍ່ອອກ ລາວຈະມາຜ່ອນຄາຍດ້ວຍການຫຼິ້ນໄພ້ ເພາະມັນເຮັດໃຫ້ລາວຄິດວາງແຜນວຽກອອກ ແຕ່ເຮົາສາມາດຫາວິທີຜ່ອນຄາຍໃໝ່ໆໃນແບບຂອງເຮົາໄດ້.

7. Ask for advice ຂໍຄຳແນະນຳ : ເມື່ອເຮົາບໍ່ຮູ້ສິ່ງໃດ ກໍ່ບໍ່ຄວນທີ່ຈະເກັບຄວາມສົງໄສໄວ ຫຼື ຖ້າສົມມຸດວ່າເຮົາເຮັດວຽກນັ້ນບໍ່ໄດ້ ກໍ່ຄວນທີ່ຈະເວັ້ນວ່າງໄວ້ ຄວນທີ່ຈະໄປຂໍຄຳປຶກສາ, ຂໍຄຳແນະນຳຈາກຜູ້ອື່ນ ເພື່ອຊ່ວຍໃຫ້ເຮົາຄິດອອກ ຫຼື ເກີດຄວາມຄິດໃໝ່ໆ

8. Have a sense of humor ມີອາລົມມ່ວນຊື່ນ : ເຄັ່ງຫຼາຍມັນບໍ່ດີ ຈິງຈັງເກີນໄປກໍ່ເກີດຜົນເສຍ ລອງປ່ຽນຕົວເອງຈາກຄົນທີ່ເຮັດແຕ່ວຽກ ບໍ່ເວົ້າບໍ່ຫຼິ້ນກັບໃຜ ໃຫ້ເຮົາລອງເປັນຄົນໃໝ່ທີ່ມີອາລົມມ່ວນຊື່ນ ໂອລົ້ມກັບຄົນອື່ນແນ່ ຮັບຮອງວ່ານອກຈາກຈະເຮັດໃຫ້ເຮົາມີຄວາມສຸກໃນການເຮັດວຽກ ມີໝູ່ເພື່ອນແລ້ວ ຍັງຊ່ວຍໃຫ້ເຮົາໄດ້ເຫັນສິ່ງໃໝ່ໆ ຈາກມຸມມອງຂອງຄົນອື່ນໆອີກດ້ວຍ.

9. Don't procrastinate ຢ່າເຍື້ອນມື້ເຍື້ອນວັນ : ຈະເຮັດຫຍັງກໍ່ຢ່າເຍື້ອນມື້ເຍື້ອນວັນ ໃຫ້ລົງມື້ເຮັດເລີຍ ເພາະຖ້າເຮົາໄດ້ເລື່ອນໄປເລື້ອຍໆແລ້ວ ການທີ່ຈະກັບຄືນມາເຮັດສິ່ງທີ່ຄິດໄວ້ນັ້ນມັນເປັນເລື່ອງຍາກແນ່ນອນ.

No comments

Powered by Blogger.