ຈີນ-ລາວ-ຫວຽດນາມ ຮ່ວມກັນເປີດສູນປາບປາມການຄ້າຢາເສບຕິດຕາມຊາຍແດນ - ອິດສະຫຼະ

ຈີນ-ລາວ-ຫວຽດນາມ ຮ່ວມກັນເປີດສູນປາບປາມການຄ້າຢາເສບຕິດຕາມຊາຍແດນ



ສຳນັກຂ່າວຕ່າງປະເທດລາຍງານ 22 ມິຖຸນາ 2017 ວ່າ: ເມື່ອວັນທີ 20 ມິຖຸນາ 2017 ທີ່ຜ່ານມາ ຈີນເປີດສູນການຮ່ວມມືໃນການປາບປາມການຄ້າຂາຍຢາເສບຕິດຊາຍແດນຮ່ວມກັນ ສປປ.ລາວ ແລະ ຫວຽດນາມ ຕັ້ງຢູ່ໃນເມືອງຈ່ຽງເສິງ ມົນທົນຢຸນນານ ເຊິ່ງມີຊາຍແດນຕິດກັບ ສປປ.ລາວ ແລະ ຫວຽດນາມ, ຈີນຕ້ອງການໃຫ້ສູນແຫ່ງນີ້ຊ່ວຍເພີ່ມປະສິດທິພາບໃນການປາບປາມການລັກລອບຂົນຢາເສບຕິດຂ້າມປະເທດ ແລະ ການຄ້າມະນຸດ.

ໄລຍະຜ່ານມາ, ໜ່ວຍປາບປາມຢາເສບຕິດຈີນ, ລາວ ແລະ ຫວຽດນາມໄດ້ເພີ່ມທະວີການພົວພັນຮ່ວມມືກັນເປັນຢ່າງດີ ແລະ ເພື່ອຮັບມືກັບສະພາບການຄ້າຂາຍຢາເສບຕິດລະຫວ່າງຊາຍແດນສາມປະເທດທີ່ນັບມື້ນັບຮ້າຍແຮງຂຶ້ນ ທັງເປັນການເປີດກວ້າງຊ່ອງທາງຮ່ວມມືປາບປາມຢາເສບຕິດຊາຍແດນ ແລະ ສະກັດກັ້ນການກະທຳຜິດຕ່າງໆເຊັ່ນ: ການຄ້າຂາຍຢາເສດຕິດຂ້າມຊາຍແດນ, ການຄ້າຂາຍ ແລະ ຂົນເຄມີເພື່ອຜະລິດຢາເສບຕິດ ແລະ ອື່ນໆ, ໜ່ວຍປາບປາມຢາເສບຕິດທັງສາມປະເທດໄດ້ຕົກລົງສ້າງຕັ້ງຫ້ອງການປະສານງານປາບປາມຢາເສບຕິດຊາຍແດນຢູ່ເມືອງຈ່ຽງເສິງ ປະເທດຈີນ, ເມືອງຍອດອູ ປະເທດລາວ ແລະ ເມືອງດຽນບຽນຟູ ປະເທດຫວຽດນາມຂຶ້ນ ເຊິ່ງຖືວ່າເປັນຫ້ອງການປະສານງານຊາຍແດນສາມຝ່າຍແຫ່ງທຳອິດຂອງພາກພື້ນນີ້ ແລະ ສ້າງຮູບການຮ່ວມມືໃໝ່ໃຫ້ແກ່ການຊຸກຍູ້ການຮ່ວມມືປາບປາມຢາເສບຕິດຊາຍແດນ.

ໂດຍນັບຕັ້ງແຕ່ປີ 2002 ຈີນເປີດສູນການຮ່ວມມືປາບປາມຢາເສບຕິດກັບປະເທດເພື່ອນບ້ານແລ້ວເຖິງ 10 ແຫ່ງ ແລະ ໃນຕໍ່ໜ້າ ຈີນ, ລາວ ແລະ ຫວຽດນາມຈະຮ່ວມມືໃນຂົງເຂດດປະຕິບັດກົດໝາຍ, ສືບສວນເກັບກຳຫຼັກຖານ, ແລກປ່ຽນຂໍ້ມູນຂ່າວສານ ແລະ ການຍົກລະດັບບຸກຄະລາກອນ ເພື່ອຮ່ວມກັນປາບປາມຂະບວນການຄ້າຂາຍຢາເສບຕິດຂ້າມຊາຍແດນລະຫວ່າງສາມປະເທດໃຫ້ແຂງແຮງກວ່າເກົ່າ.

No comments

Powered by Blogger.