ຍີ່ປຸ່ນ ເຝິກຊ້ອມຮົບປະຈຳປີ ບໍລິເວນພູໄຟຟູຈິ - ອິດສະຫຼະ

ຍີ່ປຸ່ນ ເຝິກຊ້ອມຮົບປະຈຳປີ ບໍລິເວນພູໄຟຟູຈິ



ສຳນັກຂ່າວຕ່າງປະເທດລາຍງານ 24 ສິງຫາ 2017 ທີ່ຜ່ານມາວ່າ: ກອງກຳລັງປ້ອງກັນຕົນເອງຍີ່ປຸ່ນ ເລີ່ມເຝິກຊ້ອມປະຈຳປີເປັນເວລາ 3 ມື້ ໃກ້ກັບພູໄຟຟູຈິ ທ່າມກາງບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ.

ລາຍງານລະບຸວ່າ ມີທະຫານປະມານ 2,400 ຄົນ ພ້ອມດ້ວຍລົດຕັງ, ປືນໃໝ່ ແລະ ຍົນເຮລິຄັອບແຕ ຖືກສົ່ງເຂົ້າຮ່ວມການເຝິກຊ້ອມ ເຊິ່ງຈຸດເຝິກຊ້ອມຢູ່ບໍລິເວນພູໄຟຟູຈິ ຫ່າງຈາກນະຄອນຫຼວງໂຕກຽວ 80 ກິໂລແມັດ, ມີການເຝິກຊ້ອມໂດດຈ້ອງ, ຍິງປືນໃຫຍ່ ແລະ ຍັງໄດ້ສົ່ງຍົນຮົບຂັບໄລ່ F2 ຂຶ້ນບິນນຳອີກ ເພື່ອສະແດງປະສິດທິພາບທາງການທະຫານຂອງກອງກຳລັງທາຫານທີ່ຮຽກໄດ້ວ່າມີອາວຸດຍຸດໂທປະກອນທີ່ພຽບພ້ອມ ແລະ ດີທີ່ສຸດອີກແຫຼ່ງໜຶ່ງຂອງໂລກ.


No comments

Powered by Blogger.