ພາຍຸ ປາຂ່າ ກຳລັງມາ ຂໍໃຫ້ປະຊາຊົນພາກເໜືອຕິດຕາມສະພາບອາກາດຢ່າງໃກ້ຊິດ - ອິດສະຫຼະ

ພາຍຸ ປາຂ່າ ກຳລັງມາ ຂໍໃຫ້ປະຊາຊົນພາກເໜືອຕິດຕາມສະພາບອາກາດຢ່າງໃກ້ຊິດ



ເມື່ອວເລາ 16:00 ໂມງ (26 ສິງຫາ 2017) ພາຍຸ ປາຂ່າ (PAKHAR) ປົກຄຸມບໍລິເວນທະເລຈີນໃຕ້ ມີສູນກາງຢູ່ເສັ້ນຂະໜານ 18.0 ອົງສາເໜືອ, ເສັ້ນແວງ 118.1 ອົງສາຕາເວັນອອກ, ຄວາມໄວລົມສູງສຸດໃກ້ສູນກາງປະມານ 80 ກມ/ຊມ. ພາຍຸນີ້ກຳລັງເຄື່ອນຕົວມາທາງທິດຕາເວັນຕົກສຽງເໜືອດ້ວຍຄວາມໄວລົມປະມານ 25 ກມ/ຊມ ຄາດວ່າຈະເຄື່ອນຕົວໄປທາງເກາະໄຫຫຼຳ ປະເທດຈີນ ແລ້ວພັດເຂົ້າພາກເໜືອປະເທດຫວຽດນາມ ແລະ ເຄື່ອນຕົວໃກ້ຊາຍແດນລາວພາກເໜືອໃນລະຫວ່າງວັນທີ 28-29 ສິງຫາ 2017 ເຊິ່ງຈະເຮັດໃຫ້ພາກເໜືອຂອງລາວມີຝົນຕົກເພີ່ມຂຶ້ນໃນໄລຍະດັ່ງກ່າວ, ຂໍໃຫ້ປະຊາຊົນພາກເໜືອຕິດຕາມສະພາບອາກາດຢ່າງໃກ້ຊິດ.

No comments

Powered by Blogger.