ອຳນາດການປົກຄອງບ້ານ ຖ້າຂາດຄວາມໃສ່ໃຈຕໍ່ປາກົດການຫຍໍ້ທໍ້ ຖືເປັນໄພໃຫຍ່ຫຼວງຕໍ່ປະເທດຊາດ - ອິດສະຫຼະ

ອຳນາດການປົກຄອງບ້ານ ຖ້າຂາດຄວາມໃສ່ໃຈຕໍ່ປາກົດການຫຍໍ້ທໍ້ ຖືເປັນໄພໃຫຍ່ຫຼວງຕໍ່ປະເທດຊາດ



ບັນຫາປາກົດການຫຍໍ້ທໍ້ ເປັນຕົວຖ່ວງດຶງການພັດທະນາທັງໃນດ້ານເສດຖະກິດ ແລະ ສັງຄົມ, ກໍ່ໃຫ້ເກີດໄພຕໍ່ຄວາມບໍ່ສະຫງົບສຸກຂອງປະຊາຊົນ ກໍ່ຄືຊີວິດ ແລະ ຊັບສິນ ເຊິ່ງປາກົດການຫຍໍ້ທໍ້ຫຼັກໆໃນຂັ້ນບ້ານ ທີ່ເປັນຈຸດເລີ່ມຕົ້ນຂອງບັນຫາສັງຄົມໃນປັດຈຸບັນຄື: ການພະນັນ ແລະ ການມົ້ວສຸມຢາເສບຕິດ.

"ບ້ານ" ຖືເປັນອົງການປົກຄອງຂັ້ນພື້ນຖານສຸດ ໃນກົງຈັກການຈັດຕັ້ງຕາມລຳດັບຂັ້ນການປົກຄອງຂອງ ສປປ.ລາວ ດັ່ງນັ້ນ, ທຸກປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນບ້ານ ແຕ່ຂາດຄວາມເອົາໃຈໃສ່ທີ່ຈະແກ້ໄຂ ແລະ ກຳຈັດຢ່າງສຸດຄວາມສາມາດ ຫຼື ເກີນຄວາມສາມາດຂອງບ້ານໃນການແກ້ໄຂແຕ່ບໍ່ສົ່ງຕໍ່ໃຫ້ຂັ້ນເທິງທີ່ກ່ຽວຂ້ອງ ຖືເປັນຄວາມບົກພ່ອງຂອງອຳນາດການປົກຄອງຂັ້ນບ້ານນັ້ນໆ.

ປາກົດການຫຍໍ້ທໍ້ດັ່ງກ່າວມັນທຳລາຍເສດຖະກິດ ແລະ ສັງຄົມແນວໃດ? ເຊັ່ນ: ການພະນັນ ໜຶ່ງໃນຈຸດເລີ່ມຕົ້ນຂອງການແຕກຫັກ ແລະ ຄວາມທຸກຍາກຂອງຄອບຄົວ ຖ້າເວົ້າໃນດ້ານເສດຖະກິດ ການພະນັນບໍ່ແມ່ນຕົວສ້າງສົມທາງເສດຖະກິດທີ່ຈະເພີ່ມພູນຕໍ່ຍອດທີ່ແທ້ຈິງ ແຕ່ໃນທາງກັບກັນຍອດເງິນໃນວົງລວມມີແຕ່ນັບມື້ນັບຫຼຸດລົງເລື້ອຍໆ ຍົກຕົວຢ່າງໃຫ້ເຂົ້າໃຈງ່າຍໆ: ນາງ ໄກ່, ນາງ ໄຂ່ ແລະ ນາງ ເປັດ ມີເງິນມີລະ 100,000 ກີບ ຕັ້ງວົງຫຼິ້ນການພະນັນ ນາງ ໄກ່ ໄດ້ທັງໝົດ ລວມທັງຂອງໂຕເປັນ 300,000 ກີບ ແຕ່ຊື້ກິນຊື້ໃຊ້ 100,000 ເຫຼືອ 200,000 ກີບ ແລ້ວເທື່ອຕໍ່ໆໄປຈະໂຊກດີແບບນີ້ທຸກເທື່ອບໍ່ ສ່ວນນາງ ໄຂ່ ແລະ ນາງ ເປັດ ບໍ່ມີເງິນເຫຼືອ ສະຫຼຸບແລ້ວເງິນກໍ່ຍັງຢູ່ໃນຈຳນວນ 300,000 ເທົ່າເດີມ ແລະ ຈະຫຼຸດລົງເລື້ອຍໆຈາກການໃຊ້ຈ່າຍ ນີ້ຈຶ່ງເປັນເຫດຜົນວ່າ ເປັນຫຍັງຄົນຫຼິ້ນການພະນັນສ່ວນໃຫຍ່ຈຶ່ງຂາຍທຸກຢ່າງເປັນຕົ້ນແມ່ນຊັບສິນເຊັ່ນ: ວັດຖຸມີຄ່າ, ລົດ, ດິນ ແລະ ເຮືອນ ກໍ່ເພາະການພະນັນບໍ່ແມ່ນຕົວເພີ່ມພູນທີ່ແທ້ຈິງທາງເສດຖະກິດ, ແຕ່ກົງກັນຂ້າມຖ້າທັງ 3 ເອົາເງິນໄປລົງທຶນ, ຄ້າຂາຍ ຫຼື ເຮັດອັນໃດອັນໜຶ່ງໃນທາງທີ່ເກີດຜົນທາງເສດຖະກິດ ຫາກມີກຳໄລຜູ້ລະ 20,000 ກີບ ຍອດລວມທັງໝົດຈະເປັນ 360,000 ກີບ ເຊິ່ງເພີ່ມຂຶ້ນມາ 60,000 ກີບ ເພາະຕ່າງຝ່າຍຕ່າງໄດ້ ຖ້າໃນກໍລະນີຂາຍເຄື່ອງບໍ່ໄດ້ກໍ່ຍັງໄດ້ກິນໄດ້ໃຊ້ ແຕ່ຫຼິ້ນການພະນັນນັ້ນໝົດແລ້ວໝົດເລີຍບໍ່ມີສິ່ງທົດແທນ;​ ສ່ວນໃນທາງສັງຄົມ ດັ່ງທີ່ຮູ້ກັນດີແລ້ວວ່າ ຈຸດຈົບຂອງນັກການພະນັນຄື ບັນຫາທາງດ້ານການເງິນ ທີ່ຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ເຮັດໃຫ້ເກີດຄວາມບາດມາງໃນຄອບຄົວ ເຖິງຂັ້ນແຕກແຍກ ສ້າງປົມດ້ອຍໃຫ້ກັບຄອບຄົວ, ໃຫ້ກັບລູກ ທີ່ອາດເຕີບໃຫຍ່ມາໂດຍບໍ່ມີຄຸນນະພາບ ດັ່ງນັ້ນ, ນັກການພະນັນທັງຫຼາຍຄວນໃສ່ໃຈຕໍ່ຜົນກະທົບ ແລະ ຄິດໃຫ້ຖີ່ຖ້ວນເຖິງຜົນໄດ້ຜົນເສຍຂອງມັນ.

ເປັນຫຍັງຈຶ່ງເຈາະຈົງເຖິງ ອຳນາດການປົກຄອງບ້ານ? ດັ່ງທີ່ກ່າວມາແລ້ວວ່າບ້ານ ເປັນຫົວໜ່ວຍພື້ນຖານຂອງການປົກຄອງ ທີ່ຕ້ອງສ່ອງແສງເຖິງບັນຫາພາຍໃນບ້ານຕົນຢ່າງຖີ່ຖ້ວນ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ ກໍ່ຄືປະເທດຊາດ ດັ່ງນັ້ນ, ບ້ານຈຶ່ງຄວນໃສ່ໃຈໃນຈຸດນີ້ເປັນພິເສດ ຢ່າໃຫ້ຄວາມຮູ້ຈັກ, ຢ່າໃຫ້ຄວາມເກງໃຈ ຫຼື ອຳນາດອື່ນໆ ມາບົດບັງການກະທຳທີ່ເປັນປາກົດການຫຍໍ້ທໍ້ໃນບ້ານຕົນ ຖ້າເກີນອຳນາດ ຫຼື ຄວາມສາມາດຄວນລາຍງານເຖິງໜ່ວຍງານຂັ້ນເທິງທີ່ກ່ຽວຂ້ອງ ແລະ ທີ່ສຳຄັນໜ່ວຍງານທີ່ກ່ຽວຂ້ອງຕ້ອງໃສ່ໃຈ ແລະ ທັນການ ບັນຫາປາກົດການຫຍໍ້ທໍ້ໃນສັງຄົມລາວຈຶ່ງຈະໝົດໄປ, ຢ່າໃຫ້ເປັນບ້ານປອດຄະດີ, ບ້ານປອດຢາເສບຕິດ ພຽງສະເພາະປ້າຍທີ່ຕິດສະແດງໃນບ້ານ ແຕ່ແກ່ນແທ້ເປັນໝາກເດື່ອ.

ສຳລັບບ້ານທີ່ປະຕິບັດໄດ້ດີ ບໍ່ມີປາກົດການດັ່ງກ່າວພາຍໃນບ້ານເລີຍ ກໍ່ຂໍຊົມເຊີຍຢ່າງສຸດໃຈ.


No comments

Powered by Blogger.