ທະຫານເກົາຫຼີເໜືອຖືກຍິງ ຂະນະໜີຂ້າມຟາກມາຍັງເກົາຫຼີໃຕ້ - ອິດສະຫຼະ

ທະຫານເກົາຫຼີເໜືອຖືກຍິງ ຂະນະໜີຂ້າມຟາກມາຍັງເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 13 ພະຈິກ 2017 ວ່າ: ທະຫານເກົາຫຼີເໜືອໄດ້ໜີຂ້າມຟາກໄປຍັງເກົາຫຼີໃຕ້ ບໍລິເວນຊາຍແດນເຂດປອດທະຫານ ແຖວໝູ່ບ້ານປັນມຸນຈອມ ແລະ ຖືກຍິງໂດຍທະຫານເກົາຫຼີເໜືອດ້ວຍກັນເອງ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ຖະແຫຼງວ່າ: ທະຫານຄົນດັ່ງກ່າວໜີຈາກໜ່ວຍຮັກສາຄວາມປອດໄພທີ່ຢູ່ບໍ່ໄກຈາກຈຸດທີ່ພົບເຫັນລາວ ແລະ ຂະນະນີ້ລາວໄດ້ຖືກນຳສົ່ງໄປປິ່ນປົວຢູ່ໂຮງໝໍແລ້ວ ໂດຍຖືກນຳຕົວຂຶ້ນຍົນເຮລິຄັອບແຕຂອງໜ່ວຍສະປະຊາຊາດ ແລະ ບໍ່ມີເຫດການຍິງປະທະກັນລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ແຕ່ຢ່າງໃດ, ເຊິ່ງຂະນະນີ້ຍັງບໍ່ມີການສະແດງຄວາມເຫັນໃດໆຈາກທາງການຂອງເກົາຫຼີເໜືອ ທາງການເກົາຫຼີໃຕ້ຈະກວດສອບຍົດ ແລະ ຊັ້ນຕຳແໜ່ງຂອງທະຫານບຸກຄົນດັ່ງກ່າວຕໍ່ໄປ ແຕ່ບໍ່ຄ່ອຍເກີດເຫດແບບນີ້ຂຶ້ນເທົ່າໃດ ທີ່ທະຫານເກົາຫຼີເໜືອຈະໜີຂ້າມຟາກມາທາງໝູ່ບ້ານທີ່ເປັນເຂດປອດທະຫານ.


No comments

Powered by Blogger.