ບັນດາທູຕານຸທູດ ເຂົ້າອວຍພອນການນໍາຂັ້ນສູງ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 42 ປີ - ອິດສະຫຼະ

ບັນດາທູຕານຸທູດ ເຂົ້າອວຍພອນການນໍາຂັ້ນສູງ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 42 ປີ



ໃນຕອນເຊົ້າຂອງວັນທີ 01 ທັນວາ 2017 ຢູ່ທີ່ທໍານຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍ ການນໍາຂັ້ນສູງຂອງ ສປປ.ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອວຍພອນ ຂອງບັນດາທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ ພ້ອມດ້ວຍຄູ່ສົມລົດ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດ ທີ 02 ທັນວາ ທີ່ໝູນວຽນມາຄົບຮອບ 42 ປີ ແລະ ປີໃໝ່ສາກົນ 2018 ທີ່ຈະມາເຖິງນີ້.


ໂອກາດດັ່ງກ່າວ, ທ່ານ ຈອນ ໂອເວັນ ວິນລຽມ (John Owen Williams) ເອກອັກຄະລັດຖະທູດ ປະເທດອົດສະຕຣາລີ ປະຈໍາ ສປປ.ລາວ ໄດ້ຕາງໜ້າໃຫ້ຄະນະທູຕານຸທູດ ປະເທດຕ່າງໆ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພັກ ແລະ ລັດຖະບານ ກໍ່ຄື ປະຊາຊົນລາວບັນດາເຜົ່າ ທີ່ສາມາດຍາດໄດ້ຜົນສໍາເລັດ ຂອງການສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 42 ປີທີ່ຜ່ານມາ ພ້ອມທັງ ສະແດງຄວາມຂໍຂອບໃຈມາຍັງ ພັກ-ລັດຖະບານລາວ ທີ່ເຫັນໄດ້ຄວາມສໍາຄັນ ໃນການຮັດແໜ້ນສາຍພົວພັນຮ່ວມມື ກັບບັນດາປະເທດຕ່າງໆ ໂດຍສະເພາະແມ່ນ ການຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມື, ການອໍານວຍຄວາມສະດວກໃນທຸກດ້ານ ຕະຫຼອດມາ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າບັນດາປະເທດຕ່າງໆ ຈະໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ໃນການສ້າງສາພັດທະນາປະເທດຊາດຂອງ ສປປ.ລາວ ຫຼາຍຂຶ້ນຕື່ມອີກ.

ໂອກາດດຽວກັນນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ຕາງໜ້າໃຫ້ພັກ-ລັດ ກໍ່ຄື ປະຊາຊົນລາວທັງຊາດ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາບັນດາ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ.ລາວ ໃນການຈັດຕັ້ງປະຕິບັດພາລະກິດ ສ້າງສາພັດທະນາປະເທດ ຕະຫຼອດໄລຍະທີ່ຜ່ານມາ ພ້ອມທັງ ຖືໂອກາດດັ່ງກ່າວນີ້ ສະແດງຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ໄປຍັງປະມຸກລັດ, ຫົວໜ້າລັດຖະບານ ແລະ ປະຊາຊົນຂອງບັນດາປະເທດເພື່ອນມິດ ກໍ່ຄື ຄະນະນໍາ ແລະ ພະ​ນັກງານຂອງບັນດາອົງການຈັດຕັ້ງສາກົນ ອີກດ້ວຍ.

No comments

Powered by Blogger.