ຈີນພ້ອມສະໜັບສະໜູນກຳປູເຈຍ ທ່າມກາງຄວາມເຄັ່ງຕຶງທາງການເມືອງກັບປະເທດຕາເວັນຕົກ - ອິດສະຫຼະ

ຈີນພ້ອມສະໜັບສະໜູນກຳປູເຈຍ ທ່າມກາງຄວາມເຄັ່ງຕຶງທາງການເມືອງກັບປະເທດຕາເວັນຕົກ



ສຳນັກຂ່າວຕ່າງປະເທດລາຍງານ 2 ທັນວາ 2017 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພົບປະຫາລືກັບສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ນອກຮອບການປະຊຸມ ແລະ ເຈລະຈາລະດັບສູງລະຫວ່າງພັກຄອມມູນິດຈີນ ກັບ ພັກການເມືອງໂລກ ທີ່ນະຄອນຫຼວງປັກກິ່ງ ເມື່ອວັນສຸກທີ່ຜ່ານມາ ໂດຍຜູ້ນຳຈີນກ່າວໃນຕອນໜຶ່ງຂອງການພົບປະຫາລືວ່າ ກຳປູເຈຍຖືເປັນເພື່ອນແທ້ທີ່ດີ ແລະ ເກົ່າແທ້ຂອງພັກຄອມມູນິດຈີນ ແລະ ປະຊາຊົນຈີນ.

ຂະນະທີ່ຄວາມສຳພັນສອງຝ່າຍໃນປັດຈຸບັນຖືວ່າຢູ່ໃນລະດັບດີທີ່ສຸດເທົ່າທີ່ເຄີຍມີມາ ນອກເໜືອຈາກຄວາມເຊື່ອໝັ້ນໃນທາງການເມືອງທີ່ເພີ່ມຂຶ້ນແລ້ວ ການຂະຫຍາຍການຮ່ວມມື ແລະ ແລກປ່ຽນທັງໃນດ້ານເສດຖະກິດ ແລະ ວັດທະນະທຳກໍ່ເພີ່ມພູນຂຶ້ນເຊັ່ນກັນ ໂດຍຜູ້ນຳຈີນສະແດງຄວາມຫວັງວ່າ ການຮ່ວມມື ແລະ ຄວາມສຳພັນລະຫວ່າງຈີນກັບກຳປູເຈຍຈະໄດ້ຮັບການຍົກລະດັບຂຶ້ນອີກໃນປີຕໍ່ໜ້າ ເຊິ່ງຖືເປັນໄລຍະເວລາທີ່ມີຄວາມສຳຄັນຢ່າງຍິ່ງ ເນື່ອງຈາກຈະເປັນວາລະຄົບຮອບ 60 ປີແຫ່ງການສະຖາປະນາສາຍພົວພັນທາງການທູດລະຫວ່າງສອງປະເທດ.

ນອກຈາກນີ້ທ່ານ ສີ ຈິ້ນຜິງ ຍັງກ່າວສະແດງເຖິງຄວາມພ້ອມໃນການສະໜັບສະໜູນການພັດທະນະປະເທດ ແລະ ຮັກສາສະຖຽນລະພາບທາງການເມືອງພາຍໃນຂອງກຳປູເຈຍ ພາຍໃຕ້ການນຳພາລັດຖະບານສົມເດັດ ຮຸນ ເຊນ ແລະ ຈີນຍິນດີໃຫ້ການຊ່ວຍເຫຼືອໃນທຸກດ້ານ, ເຊິ່ງການຢ້ຽມຢາມນະຄອນຫຼວງປັກກິ່ງຂອງສົມເດັດ ຮຸນ ເຊນ ໃນຄັ້ງນີ້ ເກີດຂຶ້ນທ່າມກາງຄວາມສຳພັນທີ່ເຄັ່ງຕຶງລະຫວ່າງລັດຖະບານກຳປູເຈຍຊຸດປັດຈຸບັນ ກັບບັນດາປະເທດຕາເວັນຕົກ ຈາກການທີ່ສານສູງຂອງກຳປູເຈຍສັ່ງຍຸບພັກກູ້ຊາດກຳປູເຈຍ ເຊິ່ງເປັນພັກຝ່າຍຄ້ານສຳຄັນ ເມື່ອເດືອນພະຈິກ ທີ່ຜ່ານມາ ຫຼື ປະມານ 2 ເດືອນ ພາຍຫຼັງທີ່ຈັບທ່ານ ເຂັມ ສຸຂາ ຫົວໜ້າພັກກູ້ຊາດກຳປູເຈຍ ໃນຂໍ້ຫາວ່າເປັນກະບົດ ແລະ ສົມເດັດຮຸນ ເຊນ ກໍ່ຍັງໄດ້ກ່າວທ້າທາຍໃຫ້ສະຫະລັດ ອາເມຣິກາ ຍຸດຕິໃຫ້ການຊ່ວຍເຫຼືອທັງໝົດແກ່ກຳປູເຈຍອີກດ້ວຍ.


No comments

Powered by Blogger.