ເກົາຫຼີເໜືອ ສະເຫຼີມສະຫຼອງຄວາມສຳເລັດໃນການພັດທະນາຂີປະນາວຸດ Hwasong-15 - ອິດສະຫຼະ

ເກົາຫຼີເໜືອ ສະເຫຼີມສະຫຼອງຄວາມສຳເລັດໃນການພັດທະນາຂີປະນາວຸດ Hwasong-15



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ທັນວາ 2017 ທີ່ຜ່ານມາ ໂດຍອ້າງອີງຈາກການລາຍງານຂອງສຳນັກຂ່າວກາງເກົາຫຼີ (KCNA) ແລະ ໜັງສືພິມໂນດອງ ກະບອກສຽງຂອງລັດຖະບານເກົາຫຼີເໜືອ ແລະ ພັກແຮງງານເກົາຫຼີເໜືອວ່າ ເຈົ້າໜ້າທີ່ລັດຖະບານ ແລະ ປະຊາຊົນຈຳນວນຫຼາຍໂຮມຊຸມນຸມທີ່ຈັດຕຸລັດຄິມ ອິວ-ຊຸງ ໃຈກາງນະຄອນຫຼວງປຽງຢາງ ເມື່ອວັນສຸກທີ່ຜ່ານມາ ເພື່ອສະເຫຼີມສະຫຼອງຄວາມສຳເລັດຂອງການທົດລອງຂີປະນາວຸດຂ້າມທະວີບ (ICBM) ຮວາຊອງ-15 (Hwasong-15) ທີ່ໄດ້ທົດລອງໄປເມື່ອຕອນເຊົ້າວັນພຸດ (29 ພະຈິກ 2017) ທີ່ຜ່ານມາ ແລະ ເກົາຫຼີເໜືອປະກາດວ່າເປັນຂີປະນາວຸດຕິດຫົວຮົບນິວເຄຼຍ ທີ່ມີພິໄສການຍິງຄວບຄຸມທົ່ວແຜ່ນດິນສະຫະລັດ ອາເມຣິກາ ໄດ້ໝົດປະເທດ.

ຂະນະທີ່ທ່ານ ປາກ ກວາງ-ໂຮ ຮອງປະທານຄະນະກຳມະການສູນກາງພັກແຮງງານເກົາຫຼີເໜືອກ່າວປາໄສຍົກຍ້ອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງປະເທດ ໃນການພັດທະນາເກົາຫຼີເໜືອສູ່ຊ່ວງໄລຍະເວລາປະຫວັດສາດ ດ້ວຍການມີສະຖານະເປັນລັດນິວເຄຼຍຢ່າງສົມບູນ ເພື່ອຕໍ່ສູ້ກັບໄພຮຸກຮານຈາກພາຍນອກ ເຊິ່ງຜູ້ນຳຂອງເກົາຫຼີເໜືອບໍ່ໄດ້ປາກກົດຕົວໃນການໂຮມຊຸມນຸມຄັ້ງນີ້ ເຊິ່ງເປັນທຳນຽມທີ່ທ່ານ ຄິມ ຈອງ-ອຶນ ປະຕິບັດຄືກັບທຸກຄັ້ງທີ່ຜ່ານມາ.






























No comments

Powered by Blogger.