ສ.ອາເມຣິກາ - EU ຄັດຄ້ານ WTO ຮັບຮອງຈີນເປັນລັດເສດຖະກິດແບບຕະຫຼາດ - ອິດສະຫຼະ

ສ.ອາເມຣິກາ - EU ຄັດຄ້ານ WTO ຮັບຮອງຈີນເປັນລັດເສດຖະກິດແບບຕະຫຼາດ



ສຳນັກຂ່າວຕ່າງປະເທດລາຍງານ 3 ທັນວາ 2017 ວ່າ: ກະຊວງການຄ້າຂອງຈີນອອກຖະແຫຼງການເມື່ອວັນເສົາທີ່ຜ່ານມາ ແລະ ລະບຸຢ່າງຊັດເຈນວ່າ: ລັດຖະບານຈີນບໍ່ພໍໃຈເປັນຢ່າງຍິ່ງ ແລະ ຄັດຄ້ານການທີ່ສະຫະລັດ ອາເມຣິກາ ປະກາດຈຸດຢືນຕໍ່ອົງການການຄ້າໂລກ (WTO) ບໍ່ຂໍຍອມຮັບສະຖານະຂອງຈີນໃນການເປັນລັດທີ່ມີລະບົບເສດຖະກິດແບບຕະຫຼາດ ຕາມການຮັບຮອງຂອງ WTO ທີ່ຮັບຮອງວ່າຈີນມີສະຖານະລະບົບເສດຖະກິດແບບຕະຫຼາດ (Market Economy Status) ຫຼື MES ທີ່ເປັນການໃຫ້ເສດຖະກິດຂັບເຄື່ອນໄປຕາມກົນໄກລາຄາຂອງຕະຫຼາດ ແລະ ລັດຖະບານຈີນໄດ້ຍື່ນຄຳຮ້ອງຄັດຄ້ານທ່າທີດັ່ງກ່າວຂອງລັດຖະບານສະຫະລັດ ອາເມຣິກາແລ້ວ.

ເຊິ່ງທ່ານ ໂຣເບິດ ໄລທິເຊີ ຜູ້ແທນພິເສດດ້ານການເຈລະຈາການຄ້າຂອງສະຫະລັດ ເປັນຜູ້ຍື່ນໜັງສືຕໍ່ສຳນັກງານເລຂາທິການຂອງ WTO ທີ່ນະຄອນຫຼວງເຈນິວາ ເມື່ອວັນພະຫັດທີ່ຜ່ານມາ ມີເນື້ອໃນສຳຄັນລະບຸເຖິງການສະໜັບສະໜູນຕໍ່ຈຸດຢືນຂອງສະຫະລັດເອີຣົບ (EU) ໃນການບໍ່ຍອມຮັບສະຖານະ MES ຂອງຈີນ ວ່າເປັນລະບົບທີ່ບໍ່ສອດຄ່ອງກັບສະຖານະການທີ່ແທ້ຈິງພາຍໃນຂອງຈີນ ທີ່ລະບົບເສດຖະກິດບໍ່ໄດ້ເສລີແທ້ ແລະ ອາດຍິ່ງເປັນການອຳນວຍຜົນປະໂຫຍດໃຫ້ກັບມາດຕະການການທຸ້ມຕະຫຼາດເຫຼັກຂອງລັດຖະບານຈີນ ທີ່ຍັງຄົງເປັນຂໍ້ຂັດແຍ່ງຍາວນານລະຫວ່າງຈີນກັບບັນດາປະເທດຕ່າງໆ ໂດຍສະເພາະບັນດາປະເທດຕາເວັນຕົກ.

ນອກຈາກນີ້ ທ່ານ ໄລທິເຊ ຍັງວິຈານການຍອມຮັບຂອງ WTO ບໍ່ຕ່າງຫຍັງກັບການຍອມອ່ອນຂໍ້ໃຫ້ແກ່ຈີນ ທີ່ຈະຍິ່ງກາຍເປັນການສ້າງຄວາມເສຍຫາຍໃຫ້ແກ່ລະບົບການເຮັດວຽກຂອງອົງກອນເອງ ເຊິ່ງມີການວິເຄາະວ່າ ໝາຍເຖິງການທີ່ອຸດສາຫະກຳຂອງຕາເວັນຕົກຈະຕົກຢູ່ໃນສະຖານະເສຍປຽບຢ່າງຮຸນແຮງ ໃນດ້ານການອອກກົດໝາຍຄວບຄຸມການໄຫຼເຂົ້າຂອງສິນຄ້າຈຳນວນມະຫາສານຈາກຈີນ ທີ່ລັດຖະບານຈີນທຸ້ມຕະຫຼາດຢ່າງໜັກຈົນມີລາຄາຖືກກວ່າສິນຄ້າປະເພດດຽວກັນທີ່ຜະລິດໃນປະເທດອື່ນ.

ການເຄື່ອນໄຫວຂອງທັງສອງຝ່າຍໃນເລື່ອງນີ້ເກີດຂຶ້ນໃນຊ່ວງເວລາດຽວກັນກັບກະຊວງການຄ້າຂອງສະຫະລັດ ອາເມຣິກາ ປະກາດເມື່ອອາທິດທີ່ຜ່ານມາ ໃນການດຳເນີນການສືບສວນມາດຕະການອຸດໜູນອຸດສາຫະກຳເຫຼັກຂອງຈີນ ພາຍຫຼັງເມື່ອປີທີ່ຜ່ານມາສະຫະລັດ ໄດ້ເພີ່ມອັດຕາພາສີເຫຼັກລີດເຢັນຈາກຈີນ ເຊິ່ງເປັນວັດຖຸດິບສຳຄັນສຳລັບການຜະລິດສ່ວນປະກອບຂອງລົດ ແລະ ອຸປະກອບອິເລັກໂຕຼນິກຂຶ້ນເປັນຫຼາຍກວ່າ 500% ເພື່ອປ້ອງກັນການອຸດໜູນ ແລະ ທຸ້ມຕະຫຼາດຂອງອີກຝ່າຍ ເຊິ່ງໄດ້ເຮັດໃຫ້ລັດຖະບານຈີນກ່າວປະນາມການກະທຳດັ່ງກ່າວຂອງສະຫະລັດວ່າ ເປັນການກີດກັນທາງການຄ້າ.


No comments

Powered by Blogger.