ເກີດເຫດໄຟໄໝ້ ຕຶກ World Trade Center ທີ່ນະຄອນຫຼວງວຽງຈັນ - ອິດສະຫຼະ

ເກີດເຫດໄຟໄໝ້ ຕຶກ World Trade Center ທີ່ນະຄອນຫຼວງວຽງຈັນ



ໃນຕອນບ່າຍ (ຊ່ວງເວລາປະມານ 15:00) ຂອງວັນທີ 3 ທັນວາ 2017 ນີ້, ໄດ້ມີການເຜີຍແຜ່ພາບຈຳນວນຫຼາຍຕໍ່ກັບເຫດການໄຟໄໝ້ຕຶກ World Trade Center ທີ່ກຳລັງກໍ່ສ້າງ ເຊິ່ງຕັ້ງຢູ່ຖະໝົນຄູວຽງ ຂ້າງສູນການວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ, ສ່ວນສາເຫດຍັງບໍ່ມີການລາຍງານທີ່ຊັດເຈນວ່າເກີດຈາກຫຍັງ ແລະ ປັດຈຸບັນນີ້ເຈົ້າໜ້າທີ່ກໍ່ໄດ້ເຂົ້າຄວບຄຸມເພີງແລ້ວ.

ຕຶກ World Trade Center ເປັນໜຶ່ງໃນໂຄງການທີ່ສຳປະທານໂດຍນາຍທຶນຈີນ ເພື່ອກໍ່ສ້າງເປັນສູນການຄ້າຂະໜາດໃຫຍ່ໃຈກາງນະຄອນຫຼວງວຽງຈັນ ທີ່ຈະເປັນບ່ອນຮອງຮັບກິດຈະກຳທາງເສດຖະກິດຕ່າງໆເຊັ່ນ: ສູນການຄ້າ, ສະຖາບັນການເງິນ, ໂຮງແຮມ ແລະ ອື່ນໆ.




No comments

Powered by Blogger.