ກຳປູເຈຍນຳວັດຖຸບູຮານກັບຄືນປະເທດ ພາຍຫຼັງທີ່ລັກໄປໃນສະໄໝສົງຄາມກາງເມືອງ - ອິດສະຫຼະ

ກຳປູເຈຍນຳວັດຖຸບູຮານກັບຄືນປະເທດ ພາຍຫຼັງທີ່ລັກໄປໃນສະໄໝສົງຄາມກາງເມືອງ



ສຳນັກຂ່າວຕ່າງປະເທດລາຍງານ 3 ທັນວາ 2017 ວ່າ: ຊຸດເຄື່ອງປະດັບຄຳບູຮານ 10 ອັນ ທີ່ປະກອບມີມົງກຸດ, ຕຸ້ມຫູ, ປະລັກແຂນ ແລະ ເຄື່ອງປະດັບໜ້າເອິກທີ່ຖືກລັກໄປຈາກຜາສາດນະຄອນວັດ ໃນແຂວງສຽມຣຽບ ຂອງກຳປູເຈຍ ໃນລະຫວ່າງເກີດສົງຄາມກາງເມືອງໃນປະເທດ (1967-1979) ແລະ ຖືກພົບຢູ່ໃນລາຍການສິນຄ້າຂາຍທາງອອນລາຍ ຂອງນັກຄ້າວັດຖຸສິລະປະບູຮານລາຍໜຶ່ງ ໃນນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອປີທີ່ຜ່ານມາ.


ເຄື່ອງປະດັບຄຳຊຸດນີ້ເຊື່ອກັນວ່າ ຢູ່ໃນຍຸກອານາຈັກຂອມບູຮານ ທີ່ເຄີຍຮຸ່ງເຮືອງແຜ່ອຳນາດຄວບຄຸມເຂດປະເທດກຳປູເຈຍ, ໄທ, ຫວຽດນາມ ແລະ ລາວ ໃນຍຸກປັດຈຸບັນລະຫວ່າງສະຕະວັດທີ 9-15.

ພາຍຫຼັງການຄົ້ນພົບຢູ່ໃນອັງກິດ ລັດຖະບານກຳປູເຈຍໄດ້ພະຍາຍາມທຸກວິທີທາງເພື່ອນຳກັບຄືນປະເທດ ແລະ ດ້ວຍຄວາມຊ່ວຍເຫຼືອຈາກຄະນະຜູ້ຊ່ຽວຊານ ຊ່ວຍກວດສອບດົນກວ່າ 1 ປີ ເພື່ອໃຫ້ແນ່ໃຈວ່າເປັນຂອງແທ້ຂອງເກົ່າດັ້ງເດີມທີ່ຖືກລັກໄປ.

ລັດຖະບານກຳປູເຈຍໄດ້ຈັດພິທີຕ້ອນຮັບກັບຄືນສູ່ປະເທດເມື່ອວັນເສົາທີ່ຜ່ານມາ ໂດຍໄດ້ມີຈັດຂະບວນແຫ່ຕ້ອນຮັບຈາກສະໜາມບິນໂປເຊນຕົງ ອ້ອມຮອບນະຄອນຫຼວງພະນົມເປັນ ໂດຍມີປະຊາຊົນຈຳນວນຫຼາຍແຫ່ຊື່ນຊົມ ວັດຖຸບູຮານດັ່ງກ່າວ ນອກຈາກນີ້ຍັງໄດ້ຈັດພິທີສົມໂພດອີກດ້ວຍ.

No comments

Powered by Blogger.