ໝາກນັດຍັດໄສ້ທາງໃນມີແຕ່ໂຄເຄນ ແຕ່ກໍ່ບໍ່ລອດເຄື່ອງສະແກນຂອງເຈົ້າໜ້າທີ່ (ວິດີໂອ) - ອິດສະຫຼະ

ໝາກນັດຍັດໄສ້ທາງໃນມີແຕ່ໂຄເຄນ ແຕ່ກໍ່ບໍ່ລອດເຄື່ອງສະແກນຂອງເຈົ້າໜ້າທີ່ (ວິດີໂອ)



ຕຳຫຼວດໃນປັອກຕຸຍການ ແລະ ແອັດສະປາຍຮ່ວມກັນຢຶດໂຄເຄນທີ່ຊຸກເຊື່ອງຢູ່ໃນໝາກນັດ ທີ່ຂົນມາຈາກອາເມຣິກາໃຕ້ 745 ກິໂລກຣາມ ແລະ ຈັບກຸມສະມາຊິກແກ້ງຄ້າຢາເສບຕິດໄດ້ 9 ຄົນ.

ເຈົ້າໜ້າກ່າວວ່າ: ການຢຶດໂຄເຄນຈາກຕູ້ຄອນເທນເນີ້ທີ່ຂົນສົ່ງມາທາງເຮືອໃນຄັ້ງນີ້ ເປັນສ່ວນໜຶ່ງຂອງການຮ່ວມມືໃນການສືບສວນລະຫວ່າງແອັດສະປາຍ ແລະ ປັອກຕຸຍການທີ່ເລີ່ມມາຕັ້ງແຕ່ເດືອນເມສາ 2017, ໂດຍກະຊວງປ້ອງກັນຄວາມສະຫງົບຂອງແອັດສະປາຍຍັງລະບຸຕື່ມວ່າ: ໂຄເຄນດັ່ງກ່າວແມ່ນໄດ້ມີການບັນຈຸເປັນຮູບທ່ອນກົມ ທີ່ຫຸ້ມດ້ວຍຂີ້ເຜິ້ງສີເຫຼືອງ ເພື່ອໃຫ້ຄ້າຍຄືກັບເນື້ອໃນຂອງໝາກນັດ ຈາກນັ້ນກໍ່ຫຸ້ມດ້ວຍເປືອກໝາກນັດອີກຊັ້ນໜຶ່ງ.


ໂຄເຄນທີ່ດັ່ງກ່າວແມ່ນຖືກຂົນສົ່ງທາງທະເລຈາກປານາມາ ມາຍັງທ່າເຮືອລິດສະບອນ, ເຈົ້າໜ້າທີ່ສືບສວນຂອງປັອກຕຸຍການຍັງລະບຸອີກວ່າ ກຸ່ມແກ້ງລັກລອບຄ້າຢາເສບຕິດດັ່ງກ່າວນີ້ມີການປະສານງານກັນຢ່າງເປັນລະບົບໃນຫຼາຍປະເທດ ເພື່ອລັກລອບຂົນໂຄເຄນຈຳນວນຫຼາຍມາຍັງເອີຣົບ ແລະ ເຮັດມາແລ້ວຫຼາຍຄັ້ງ.



No comments

Powered by Blogger.