ອັງກິດເຊື່ອໝັ້ນວ່າ: ລັດເຊຍຢູ່ເບື້ອງຫຼັງການວາງຢາພິດ ອະດີດສາຍລັບຂອງຕົນ ທີ່ລີ້ໄພຢູ່ອັງກິດ - ອິດສະຫຼະ

ອັງກິດເຊື່ອໝັ້ນວ່າ: ລັດເຊຍຢູ່ເບື້ອງຫຼັງການວາງຢາພິດ ອະດີດສາຍລັບຂອງຕົນ ທີ່ລີ້ໄພຢູ່ອັງກິດ



ສຳນັກຂ່າວຕ່າງປະເທດລາຍງານ 13 ມີນາ 2018 ວ່າ: ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດກ່າວຕໍ່ກອງປະຊຸມສະພາ ເມື່ອວັນຈັນ (12 ມີນາ) ທີ່ຜ່ານມາວ່າ: ໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງໄດ້ຂໍ້ສະຫຼຸບກົງກັນວ່າ: ມີຄວາມເປັນໄປໄດ້ສູງຫຼາຍ ທີ່ລັດຖະບານລັດເຊຍມີສ່ວນກ່ຽວຂ້ອງຕໍ່ເຫດການທີ່ເກີດຂຶ້ນກັບທ່ານ ເຊີເກ ສະກຣີພາລ (Sergei Skripal) ອາຍຸ 66 ປີ ອະດີດເຈົ້າໜ້າທີ່ສຳນັກງານຂ່າວກອງ (GRU) ເຊິ່ງເປັນໜ່ວຍສາຍລັບທາງການທະຫານຂອງລັດເຊຍ ພ້ອມດ້ວຍລູກສາວ ນາງ ຢູເລຍ ສະກຣີພາວ ອາຍຸ 33 ປີ ທີ່ລີ້ໄພຢູ່ໃນປະເທດອັງກິດມາຕັ້ງແຕ່ປີ 2010 ຕາມໂຄງການແລກປ່ຽນສາຍລັບລະຫວ່າງສະຫະລັດ ອາເມຣິກາ ແລະ ລັດເຊຍ ໂດຍທ່ານ ນາງ ເທເຣຊາ ເມ ຕັ້ງສົມມຸດຕິຖານວ່າອາດເປັນການລົງມືໂດຍກົງຂອງລັດຖະບານລັດເຊຍ ຫຼື ລັດຖະບານລັດເຊຍລົ້ມເຫຼວໃນການເກັບຮັກສາສານພິດຮ້າຍແຮງຊະນິດດັ່ງກ່າວທີ່ມີລິດຕໍ່ລະບົບປະສາດ.

ເຊິ່ງທ່ານ ນາງ ເທເຣຊາ ເມ ກ່າວວ່າ ຜົນການກວດສອບຂອງຜູ້ຊ່ຽວຊານບົ່ງບອກວ່າ ສານເຄມີທີ່ພໍ່-ລູກ ດັ່ງກ່າວໄດ້ຮັບເມື່ອວັນທີ 4 ມີນາ 2018 ທີ່ຜ່ານມາ ແລະ ມີພົນລະເມືອງດີພົບເຫັນທັງສອງໝົດສະຕິ ຢູ່ຕັ່ງໜ້າສູນການຄ້າແຫ່ງໜຶ່ງໃນເມືອງບາລິສບິວຣີ ແລະ ນຳຕົວສົ່ງໂຮງໝໍ ເປັນສານເຄມີໃນໂຄງການ “ໂນວິຊັອກ” ທີ່ກອງທັບສະຫະພາບໂຊວຽດເປັນຜູ້ຄິດຄົ້ນ ແລະ ພັດທະນາຂຶ້ນເມື່ອ 40 ປີກ່ອນ ແຕ່ຜູ້ນຳອັງກິດຍັງບໍ່ໄດ້ກ່າວຊັດເຈນວ່າເປັນສານພິດຊະນິດໃດ.


ຂະນະທີ່ທ່ານ ບໍຣິສ ຈອນສັນ ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ໄດ້ເຊີນທ່ານ ອະເລັກຊານເດີ ໂຢໂຄເວນໂກ ເອກອັກຄະລັດຖະທູດລັດເຊຍປະຈຳນະຄອນຫຼວງລອນດອນເຂົ້າພົບ ເພື່ອປຶກສາຫາລືສະຖານນະການທີ່ເກີດຂຶ້ນ ໂດຍທ່ານ ຈອນສັນ ກ່າວວ່າ ໄດ້ໃຫ້ໂອກາດລັດຖະບານລັດເຊຍຊີ້ແຈງສິ່ງທີ່ເກີດຂຶ້ນ ພາຍໃນວັນທີ 13 ມີນານີ້ ຕາມເວລາທ້ອງຖິ່ນ ຖ້າບໍ່ດັ່ງນັ້ນຈະມີການສະຫຼຸບຢ່າງເປັນທາງການວ່າ ລັດຖະບານລັດເຊຍຢູ່ເບື້ອງຫຼັງ ແລະ ຈະມີການດຳເນີນມາດຕະການຕາມຂະບວນການຕໍ່ໄປ.

ໃນດ້ານຂອງທຳນຽບຂາວ ແລະ ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການສະແດງທ່າທີສະໜັບສະໜູນຄຳກ່າວຂອງທ່ານ ນາງ ເທເຣຊາ ເມ ແລະ ເຕືອນວ່າ ລັດຖະບານສະຫະລັດ ອາເມຣິກາ ອາດມີມາດຕະການໃນເລື່ອງນີ້ເຊັ່ນກັນ.

ເຖິງຢ່າງໃດກໍ່ຕາມ ທ່ານ ນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດລັດເຊຍກ່າວວ່າ ເປັນອີກຄັ້ງທີ່ອັງກິດ ແລະ ສະຫະລັດ ອາເມຣິກາ ຮ່ວມມືກັນສະແດງລະຄອນການເມືອງ ເພື່ອຄຸກຄາມລັດຖະບານລັດເຊຍ ແລະ ເຕືອນວ່າການທີ່ອັງກິດມີແນວຄິດທີ່ຕໍ່ຕ້ານການແຂ່ງຂັນບານໂລກທີ່ລັດເຊຍເປັນເຈົ້າພາບໃນເດືອນມິຖຸນາ 2018 ນີ້ ບໍ່ແມ່ນພຽງຈະສົ່ງຜົນຕໍ່ຄວາມສຳພັນສອງຝ່າຍ ແຕ່ຍັງເປັນການທຳລາຍພາບລັກຂອງອັງກິດ ແລະ ວົງການກີລາໂລກອີກດ້ວຍ.

ເຊິ່ງອາການຂອງສອງພໍ່-ລູກ ທີ່ຖືກວາງຢາພິດໃນຕອນນີ້ ຍັງໜ້າເປັນຫ່ວງ, ແຕ່ໃນຮອບ 1 ທົດສະວັດທີ່ຜ່ານມາ ມີສາຍລັບລັດເຊຍ ແລະ ບຸກຄົນຊາວລັດເຊຍທີ່ກ່ຽວຂ້ອງກັບລັດຖະບານລັດເຊຍເສຍຊີວິດໃນອັງກິດມາແລ້ວ 3 ຄົນຄື: ທ່ານ ອະເລັກຊານເດີ ລິດວິເນນໂກ, ທ່ານ ບໍຣິສ ເບເຣຊັອບສະກີ ແລະ ທ່ານ ອະເລັກຊານເດີ ເປເຣລິສນີ ໂດຍທັງສາມລ້ວນເສຍຊີວິດໂດຍການໄດ້ຮັບສານພິດ.




No comments

Powered by Blogger.