ສ.ອາເມຣິກາ ມອບໂດຣນສອດແນມ 6 ລຳ ໃຫ້ແກ່ກອງທັບຟິລິບປິນ - ອິດສະຫຼະ

ສ.ອາເມຣິກາ ມອບໂດຣນສອດແນມ 6 ລຳ ໃຫ້ແກ່ກອງທັບຟິລິບປິນ



ສຳນັກຂ່າວຕ່າງປະເທດລາຍງານ 13 ມີນາ 2018 ວ່າ: ທ່ານ ເດວຟິນ ລໍເຣນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນ ແລະ ທ່ານ ຊຸງ ຄິມ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງມະນິລາ ເປັນປະທານຮ່ວມໃນພິທີປະຈຳການໂດຣນສອດແນມລຸ້ນ ScanEagle ຈຳນວນ 6 ລຳ ເຂົ້າສູ່ກອງທັບຟິລິບປິນ ເຊິ່ງຖືເປັນຄັ້ງທຳອິດທີ່ລັດຖະບານສະຫະລັດ ອາເມຣິກາມອບໂດຣນລຸ້ນດັ່ງກ່າວໃຫ້ແກ່ກອງທັບຟິລິບປິນ ທີ່ມີມູນຄ່າລວມປະມານ 13.76 ລ້ານໂດລາສະຫະລັດ ແລະ ເປັນສ່ວນໜຶ່ງຂອງໂຄງການຮ່ວມມືທາງການທະຫານລະຫວ່າງສອງປະເທດ.

ເຊິ່ງທ່ານ ເດວຟິນ ລໍເຣນຊານາກ່າວວ່າ ການທີ່ສະຫະລັດ ອາເມຣິກາມອບໂດຣນ ScanEagle ໃຫ້ແກ່ຟິລິບປິນໃນຄັ້ງນີ້ ຖືເປັນຂີດໝາຍສຳຄັນຕໍ່ການສົ່ງເສີມການຮ່ວມມືດ້ານຄວາມໝັ້ນຄົງສອງຝ່າຍ ແລະ ເພື່ອເພີ່ມຂີດຄວາມສາມາດທາງການທະຫານໃຫ້ແກ່ກອງທັບຟິລິບປິນ ໃນການຕໍ່ຕ້ານໄພຮຸກຮານຈາກສັດຕູ.




No comments

Powered by Blogger.