ຄືບໜ້າເຫດຍົນໂດຍສານສາຍການບິນ US-Bangla ຕົກ ທີ່ເນປານ ວ່າເປັນຍ້ອນການສື່ສານທີ່ຜິດພາດ ຂອງສະໜາມບິນ - ອິດສະຫຼະ

ຄືບໜ້າເຫດຍົນໂດຍສານສາຍການບິນ US-Bangla ຕົກ ທີ່ເນປານ ວ່າເປັນຍ້ອນການສື່ສານທີ່ຜິດພາດ ຂອງສະໜາມບິນ



ສຳນັກຂ່າວຕ່າງປະເທດລາຍງານ 13​ ມີນາ 2018 ວ່າ: ກ່ຽວກັບຄວາມຄືບໜ້າຂອງເຫດການຍົນໂດຍສານຂັບເຄື່ອນດ້ວຍໃບພັດ Bombardier Dash 8 Q400 ຖ້ຽວບິນ BS-211 ຂອງສາຍການບິນ US-Bangla ເຊິ່ງຕົກກະແທກໃຫ້ກັບລານແລ່ນ ແລະ ລະເບີດຢ່າງຮຸນແຮງ ລະຫວ່າງລົງຈອດທີ່ສະໜາມບິນສາກົນຕຼິພູວັນ ໃນນະຄອນຫຼວງກາດມານດຸ ປະເທດເນປານ ທີ່ເດີນທາງມາຈາກສະໜາມບິນສາກົນນະຄອນຫຼວງທາກາ ປະເທດບັງກະລາເທດ ເມື່ອວັນຈັນ (12 ມີນາ) ທີ່ຜ່ານມາ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ ຈາກຈຳນວນ 71 ຄົນ ໃນນັ້ນມີຈຸບິນ 4 ຄົນ.


ທ່ານ ອິມຣານ ອາຊິບ ປະທານຄະນະບໍລິຫານຂອງສາຍການບິນ US-Bangla ກ່າວວ່າ ໂສກອະນາດຕະກຳທີ່ເກີດຂຶ້ນເປັນຜົນມາຈາກການສື່ສານຂອງເຈົ້າໜ້າທີ່ຫໍບັງຄັບການບິນຂອງສະໜາມບິນຕຼິພູວັນ ທີ່ສ້າງຄວາມສັບສົນໃຫ້ແກ່ນັກບິນ, ດ້ານຖະແຫຼງການຂອງສະໜາມບິນສາກົນຕຼິພູວັນລະບຸວ່າ ນັກບິນສູນເສຍການຄວບຄຸມຍົນລະຫວ່າງນຳລົງຈອດ.

ເຖິງຢ່າງໃດກໍ່ຕາມ, ແຫຼ່ງຂ່າວຫຼາຍແຫ່ງໃຫ້ຂໍ້ມູນໄປໃນທາງດຽວກັນວ່າ ເກີດຄວາມສັບສົນໃນການສື່ສານລະຫວ່າງນັກບິນ ກັບ ຫໍບັງຄັບການບິນວ່າ ນັກບິນຄວນນຳຍົນລົງຈອດທີ່ ລານແລນ 02 ຫຼື ລັນແລນ 20 ກັນແທ້, ຂະນະທີ່ສື່ສັງຄົມອອນລາຍຫຼາຍແຫ່ງເປີດເຜີຍວິດີໂອສຽງສົນທະນາທີ່ອ້າງວ່າເປັນການໂອ້ລົມລະຫວ່າງນັກບິນ ກັບ ເຈົ້າໜ້າທີ່ຫໍບັງຄັບການບິນ ແຕ່ຍັງບໍ່ມີຝ່າຍໃດອອກມາຢືນຢັນ ຫຼື ປະຕິເສດວ່າເປັນຂອງແທ້ຫຼືປອມ.

ໃນຂະນະດຽວກັນ, ທຳນຽບນາຍົກລັດຖະມົນຕີເນປານ ອອກຖະແຫຼງການເລື່ອງການຕັ້ງຄະນະສືບສວນ 6 ຄົນ ໂດຍມີອະດີດເລຂາທິການຄະນະລັດຖະມົນຕີເປັນປະທານ ເພື່ອເລັ່ງສືບສວນຫາສາເຫດຂອງໂສກອະນາດຕະກຳຄັ້ງນີ້ ທີ່ຖືເປັນການສູນເສຍຄັ້ງໃຫຍ່ທີ່ສຸດໃນຮອບ 25 ປີຂອງເນປານ ນັບຕັ້ງແຕ່ຍົນໂດຍສານຂອງສາຍການບິນປາກິດສະຖານ ອິນເຕີເນເຊິນນໍ ແອລາຍ (PIA) ຕົກເມື່ອປີ 1992 ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 167 ຄົນ.









No comments

Powered by Blogger.