ລັດກວດພົບການສໍ້ລາດບັງຫຼວງຫຼາຍຮ້ອຍຕື້ກີບ ແລະ ກຳລັງດຳເນີນຄະດີ ກັບຜູ້ກະທຳຜິດຈຳນວນຫຼາຍ - ອິດສະຫຼະ

ລັດກວດພົບການສໍ້ລາດບັງຫຼວງຫຼາຍຮ້ອຍຕື້ກີບ ແລະ ກຳລັງດຳເນີນຄະດີ ກັບຜູ້ກະທຳຜິດຈຳນວນຫຼາຍ



ສຳນັກຂ່າວສານປະເທດລາວລາຍງານ 13 ມີນາ 2018 ວ່າ: ຜ່ານການສະຫຼຸບການເຄື່ອນໄຫວວຽກງານກວດກາ ປີ 2017 ຂອງຄະນະກວດກາສູນກາງພັກ ກ່ຽວກັບການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນເຫັນວ່າ ໄດ້ມີການກວດກາພຶດຕິກຳ ທີ່ເປັນການສໍ້ລາດບັງຫຼວງ 146 ກໍລະນີ ພົບເຫັນເສຍຫາຍທັງໝົດຕາມແຕ່ລະສະກຸນເງິນດັ່ງນີ້ 593.97 ຕື້ກວ່າກີບ; 5.53 ລ້ານບາດ; 4.67 ລ້ານໂດລາສະຫະລັດ ແລະ 20 ລ້ານດົງ.

ຈາກການລາຍງານດັ່ງກ່າວ ເກັບກູ້ໄດ້ແລ້ວ 357.15 ຕື້ກີບ; 956,500 ບາດ; 1.21 ລ້ານໂດລາສະຫະລັດ ແລະ 20 ລ້ານດົງ.

ໃນນັ້ນ, ພົບເຫັນພະນັກງານລັດ ແລະ ຜູ້ປະກອບການທີ່ມີພຶດຕິກຳສໍ້ລາດບັງຫຼວງ 994 ຄົນ (ພະນັກງານລັດ 908 ຄົນ ແລະ ຜູ້ປະກອບການ 86 ຄົນ) ເຊິ່ງປັດຈຸບັນກຳລັງດຳເນີນການກວດກາ 420 ຄົນ, ໄດ້ປະຕິບັດວິໄນດ້ານບໍລິຫານ 414 ຄົນ, ກຳລັງດຳເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງໃຫ້ໄອຍະການປະຊາຊົນແລ້ວ 62 ຄົນ ແລະ ສານຕັດສິນແລ້ວ 14 ຄົນ.

ທີ່ຜ່ານມາ ເພື່ອເປັນການສະກັດກັ້ນການສໍ້ລາດບັງຫຼວງ ລັດຖະບານກໍ່ໄດ້ອອກມະຕິວ່າດ້ວຍວຽກງານຄຸ້ມຄອງທີ່ດິນ, ຄຳສັ່ງວ່າດ້ວຍການປະຢັດລາຍຈ່າຍງົບປະມານ, ດຳລັດວ່າດ້ວຍການຄຸ້ມຄອງລົດປະຈຳຕຳແໜ່ງ, ຂໍ້ຫ້າມ ແລະ ວິໄນຂອງພະນັກງານການເງິນ, ປັບປຸງບົດແນະນຳການແຈ້ງຊັບສິນ, ໄດ້ຫັນເອົາຍຸດທະສາດຕ້ານການສໍ້ລາດບັງຫຼວງ ເຂົ້າໃນຫຼັກສູດການຮຽນ-ການສອນຊັ້ນອານຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ຕອນປາຍ ແລະ ນິຕິກຳອື່ນໆ

No comments

Powered by Blogger.