ຍົນສາຍການບິນ US-Bangla ຕົກຂະນະລົງຈອດ ພ້ອມດ້ວຍ 71 ຊີວິດທີ່ເນປານ (ວິດີໂອ) - ອິດສະຫຼະ

ຍົນສາຍການບິນ US-Bangla ຕົກຂະນະລົງຈອດ ພ້ອມດ້ວຍ 71 ຊີວິດທີ່ເນປານ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 12 ມີນາ 2018 ວ່າ: ເກີດເຫດຍົນໂດຍສານສາຍການບິນ US-Bangla ຂອງປະເທດບັງກະລາເທດ ປະສົບອຸປະຕິເຫດຂະນະລົງຈອດທີ່ສະໜາມບິນສາກົນກາດມານດຸ ປະເທດເນປານ ພ້ອມຜູ້ໂດຍສານ 67 ຊີວິດ ແລະ ຈຸບິນ 4 ຄົນ ລວມທັງໝົດ 71 ຄົນ, ຫຼ້າສຸດເມື່ອເວລາ 18:40 ນາທີ (12 ມີນາ) ຕາມເວລາໃນລາວ ມີລາຍງານວ່າ: ມີຜູ້ເສຍຊີວິດແລ້ວ 50 ຄົນ ໃນຈຳນວນນີ້ ເສຍຊີວິດຢູ່ບ່ອນເກີດເຫດທັນທີ 31 ຄົນ, ເສຍຊີວິດຢູ່ໂຮງໝໍ 19 ຄົນ ແລະ ບາດເຈັບອີກ 21 ຄົນ.







No comments

Powered by Blogger.