ການບິນລາວປະກາດຢຸດຕິຖ້ຽວບິນວຽງຈັນ-ສິງກະໂປ - ອິດສະຫຼະ

ການບິນລາວປະກາດຢຸດຕິຖ້ຽວບິນວຽງຈັນ-ສິງກະໂປ



ລັດວິສາຫະກິດການບິນລາວ ໄດ້ອອກແຈ້ງການວ່າ: ເລີ່ມຕັ້ງແຕ່ວັນທີ 25 ມີນາ 2018 ເປັນຕົ້ນໄປ ຖ້ຽວບິນຂອງສາຍການບິນລາວຕາມເສັ້ນທາງວຽງຈັນ-ສິງກະໂປ ແລະ ສິງກະໂປ-ວຽງຈັນ ຈະໄດ້ຢຸດເຊົາໃຫ້ບໍລິການແກ້ລູກຄ້າຈົນກວ່າຈະມີການປ່ຽນແປງໃໝ່.


ສ່ວນສາເຫດຂອງການຢຸດເຊົາໃຫ້ບໍລິການໃນຄັ້ງນີ້, ທາງລັດວິສາຫະກິດການບິນລາວ ບໍ່ໄດ້ໃຫ້ລາຍລະອຽດໃນແຈ້ງການວ່າ ຍ້ອນສາເຫດອັນໃດ.

ເຊິ່ງການຂົນສົ່ງທາງອາກາດຂອງລາວ ໄດ້ກຳເນີດເກີດຂຶ້ນໃນຊຸມປີ 1960 ເປັນຕົ້ນມາ  ໂດຍມີຈຸດກຳເນີດມາຈາກການບິນຂອງລະບອບເກົ່າສ້າງຂຶ້ນສ່ວນໜຶ່ງ ແລະ ອີກພາກສ່ວນໜຶ່ງແມ່ນການບິນຂອງແນວລາວຮັກຊາດ ທີ່ພະນັກງານໄດ້ຮັບການກໍ່ສ້າງຢູ່ບັນດາປະເທດສັງຄົມນິຍົມ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນ ປີ 1975 ຈຶ່ງໄດ້ເຕົ້າໂຮມເອົາພາຫະນະ ແລະ ພະນັກງານຂອງທັງ 2 ຝ່າຍເຂົ້າກັນ ແລະ ສ້າງຕັ້ງການບິນລາວ ຂຶ້ນໃນວັນທີ 19 ມັງກອນ 1976 ທີ່ເປັນພາກສ່ວນໜຶ່ງຂອງກົມການບິນພົນລະເຮືອນ ແລະ ຢູ່ພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ, ໜ້າທີ່ຂອງການບິນລາວ ໃນໄລຍະນັ້ນແມ່ນຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພົນລະເຮືອນທົ່ວໄປ.

ໃນປີ 1977 ຍ້ອນຄວາມຮຽກຮ້ອງຕ້ອງການຂອງສົງຄົມຜູ້ຊົມໃຊ້ບໍລິການເພິ່ມຂຶ້ນ ບໍລິສັດການບິນລາວ ຈຶ່ງໄດ້ເປີດກວ້າງເສັ້ນທາງບິນສູ່ຕ່າງປະເທດເຊັ່ນ: ຮ່າໂນ້ຍ, ບາງກອກ ແລະ ພະນົມເປັນ, ມາເຖິງວັນທີ 18 ມີນາ 1989 ການບິນລາວທີ່ຂຶ້ນກັບກະຊວງປ້ອງການປະເທດ ກໍ່ໄດ້ຖືກໂອນໄປໃຫ້ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ (ກະຊວງໂຍທາທິການ ແລະ ຂົນສົ່ງ ໃນປັດຈຸບັນ) ແລະ ວັນທີ່ 23 ພຶດສະພາ 1989 ການບິນລາວຈຶ່ງໄດ້ແຍກຕົວ ອອກຈາກກົມການບິນພົນລະເຮືອນ ສ້າງຕັ້ງເປັນບໍລິສັດການບິນລາວ ທີ່ເປັນຫົວໜ່ວຍທຸລະກິດ ຢ່າງຂາດຕົວຂຶ້ນຢ່າງເປັນທາງການໂດຍມີການໄລ່ລຽງລາຍຮັບລາຍຈ່າຍດ້ວຍຕົນເອງ ແລະ ໃນວັນທີ 14 ພຶດສະພາ 1998 ໄດ້ ຖືກໂອນກັບມາເປັນ ລັດວິສາຫະກິດການບິນລາວ ຄືເກົ່າຈົນເຖິງປັດຈຸບັນ.



No comments

Powered by Blogger.