ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ທີ່ຊິດນີ - ອິດສະຫຼະ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ທີ່ຊິດນີ



ສຳນັກຂ່າວສານປະເທດລາວລາຍງານວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ມາລຄອມ ເທີນບູນ ນາຍົກລັດຖະມົນຕີຂອງອົດສະຕຣາລີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດໃນລະຫວ່າງວັນທີ 15-19 ມີນາ 2018 ທີ່ຊິດນີ, ປະເທດອົດສະຕຣາລີ.


ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຈະພົບປະສອງຝ່າຍກັບທ່ານ ມາລຄອມ ເທີນບູນ ແລະ ຈະເຂົ້າຮ່ວມກອງປະຊຸມທຸລະກິດລາວ-ອົດສະຕຣາລີ ອີກດ້ວຍ.


No comments

Powered by Blogger.