ຫວຽດນາມລະດົມທຸກກຳລັງຊ່ວຍ ສປປ.ລາວ ພ້ອມມອບເງິນເບື້ອງຕົ້ນ 200,000$ ແກ້ໄຂໄພພິບັດເຂື່ອນແຕກ - ອິດສະຫຼະ

ຫວຽດນາມລະດົມທຸກກຳລັງຊ່ວຍ ສປປ.ລາວ ພ້ອມມອບເງິນເບື້ອງຕົ້ນ 200,000$ ແກ້ໄຂໄພພິບັດເຂື່ອນແຕກ



ວິທະຍຸກະຈາຍສຽງຫວຽດນາມລາຍງານ 26 ກໍລະກົດ 2018 ວ່າ: ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຊີ້ນຳກະຊວງປ້ອງກັນປະເທດຫວຽດນາມເປັນການດ່ວນ ໃນການຊ່ວຍເຫຼືອປະເທດລາວ ຮັບມືກັບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍລະກົດ ທີ່ຜ່ານມາ ແລະ ໄດ້ເຮັດໃຫ້ມວນນ້ຳມະຫາສານໄຫຼເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປືຢ່າງກະທັນຫັນ.

ກອງບັນຊາການທະຫານເຂດ 5 ແລະ ບັນດາກົມກອງຂອງຫວຽດນາມທີ່ຕັ້ງທັບໃນບໍລິເວນໃກ້ຄຽງ ໄດ້ລະຮີບດ່ວນລະດົມລົດໂອໂຕ, ລົດໂຮງໝໍ, ເຮືອປະເພດຕ່າງໆ, ກຳລັງເສນາຮັກ ແລະ ທີມຜ່າຕັດ 211 ລວມໄປເຖິງພາຫະນະອຸປະກອນເພື່ອຮັບມື ແລະ ແກ້ໄຂຜົນກະທົບຢ້ອນຫຼັງເຫດການດັ່ງກ່າວ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຍັງໄດ້ຕົກລົງຊ່ວຍເຫຼືອດ້ານງົບປະມານແກ່ລັດຖະບານລາວ ເປັນເງິນຈຳນວນ 200,000 ໂດລາ ເພື່ອແກ້ໄດ້ບັນຫາດັ່ງກ່າວໃນໄລຍະຮີບດ່ວນນີ້.












No comments

Powered by Blogger.