ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2018 ວ່າ: ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ປະຕິບັດພາລະກິດທຳອິດຂອງການເດີນທາງຢ້ຽມຢາມຫວຽດນາມໃນອາທິດນີ້ ເຊິ່ງເປັນຄັ້ງທີ 2 ໃນຮອບປີ ດ້ວຍການເດີນທາງໄປຍັງສະໜາມບິນບຽນຮວາ ແຂວງດົງນາຍ ພາກຕາເວັນອອກສຽງໃຕ້ຂອງຫວຽດນາມ ໂດຍສະໜາມບິນແຫ່ງນີ້ເຄີຍເປັນໜຶ່ງໃນສະຖານທີ່ ທີ່ລັດຖະບານສະຫະລັດ ອາເມຣິກາໃຊ້ເປັນສາງມ້ຽນຝົນເຫຼືອງ ເຊິ່ງເປັນອາວຸດເຄມີທີ່ພັດທະນາມາຈາກຢາປາບສັດຕູພືດທີ່ກອງທັບສະຫະລັດ ອາເມຣິກາໃຊ້ໃນສົງຄາມຫວຽດນາມ.
ເຊິ່ງທ່ານ ພົນເອກ ເຈມ ແມັດທິສກ່າວວ່າ ທ່ານຕ້ອງການເດີນທາງມາຍັງສະຖານທີ່ແຫ່ງນີ້ດ້ວຍຕົນເອງ ແລ້ວຈະສະເໜີລາຍງານຕໍ່ສະພາກ່ຽວກັບການຂະຫຍາຍຂອບເຂດໂຄງການສະໜັບສະໜູນລັດຖະບານຫວຽດນາມ ໃນການກຳຈັດສານພິດທີ່ຍັງຕົກຄ້າງ ແລະ ການຟື້ນຟູພື້ນທີ່ທີ່ຖືກເສຍຫາຍຈາກລິດຂອງຝົນເຫຼືອງ, ປັດຈຸບັນໂຄງການດັ່ງກ່າວໄດ້ຮັບງົບປະມານສະໜັບສະໜູນຈາກສະພາສະຫະລັດ ອາເມຣິກາປະມານ 390 ລ້ານໂດລາສະຫະລັດ ໃນກອບໄລຍະເວລາ 10 ປີ ນັບຕັ້ງແຕ່ປີ 2007 ໂດຍອົງກອນເພື່ອການພັດທະນາລະຫວ່າງປະເທດສະຫະລັດ ອາເມຣິກາ ເປັນຜູ້ຄຸ້ມຄອງໂຄງການ.
ເຊິ່ງປະຕິບັດການໃຊ້ຝົນເຫຼືອງຂອງກອງທັບສະຫະລັດ ອາເມຣິກາໃນຫວຽດນາມໃຕ້ ເກີດຂຶ້ນລະຫວ່າງປີ 1962-1971 ເພື່ອຂັບໄລ່ສະມາຊິກກອງກຳລັງຫວຽດກົງ, ຕາມລາຍງານຂອງສະຫະປະຊາຊາດ ແລະ ອົງການກາແດງຫວຽດນາມຈຳນວນປະຊາຊົນທີ່ໄດ້ຮັບຜົນກະທົບຈາກຝົນເຫຼືອງມີຢູ່ປະມານ 1-4 ລ້ານຄົນ ແຕ່ລັດຖະບານສະຫະລັດ ອາເມຣິກາປະຕິເສດມາໂດຍຕະຫຼອດ.
(ພາບ: ຜູ້ໄດ້ຮັບຜົນກະທົບຈາກຝົນເຫຼືອງ ທີ່ຖ່າຍທອດທາງພັນທຸກຳຈາກລຸ້ນສູ່ລຸ້ນ ໃນຫວຽດນາມ)