ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ມັງກອນ 2019 ທີ່ຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃນຖານະປະທານຄະນະກຳມາທິການທະຫານສູນກາງຂອງຈີນ (CMC) ກ່າວລະຫວ່າງການປະຊຸມກັບບັນດາຜູ້ນຳເຫຼົ່າທັບ ເມື່ອວັນສຸກທີ່ຜ່ານມາ ຂໍໃຫ້ຜູ້ບັນຊາການຂອງທຸກເຫຼົ່າທັບເພີ່ມການກະຕຸ້ນໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາໃຫ້ມີຄວາມຕື່ນຕົວ ແລະ ຄວາມກະຕືລືລົ້ນຕໍ່ສະຖານະການສຸກເສີນທຸກຮູບແບບ ບໍ່ວ່າຈະເປັນຄວາມຂັດແຍ່ງທາງທະຫານ, ການສູ້ຮົບ, ວິກິດການ ແລະ ຄວາມຍາກລຳບາກທຸກຮູບແບບ ພ້ອມທັງການປະຕິຮູບແຜນຍຸດທະສາດທາງການທະຫານ ເພື່ອໃຫ້ທັນສະໄໝກັບຍຸກສະໄໝປັດຈຸບັນ ທີ່ກຳລັງກ້າວເຂົ້າສູ່ການປ່ຽນແປງຄັ້ງຍິ່ງໃຫຍ່ສຸດໃນຮອບທົດສະວັດ ແລະ ຈີນຢູ່ໃນຊ່ວງເວລາດັ່ງກ່າວ ເຊິ່ງເປັນໂອກາດສຳຄັນທາງຍຸດທະສາດເພື່ອການພັດທະນາ.
Xi Jinping orders armed forces to enhance combat readiness, signs mobilization order for the training of the armed forces https://t.co/VfBLS9TsIQ pic.twitter.com/uGwSlQelMw
— China Xinhua News (@XHNews) January 4, 2019
ຄຳຖະແຫຼງດັ່ງກ່າວຂອງ ຜູ້ນຳຈີນເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ພາຍຫຼັງທີ່ທ່ານ ສີ ຈິ້ນຜິງ ກ່າວປາໄສຕໍ່ກອງປະຊຸມຄະນະກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ວາລະພິເສດ ເມື່ອວັນພຸດ ທີ່ຜ່ານມາ ເນື່ອງໃນໂອກາດຄົບຮອບ 40 ປີ ນະໂຍບາຍສາຍພົວພັນຂ້າມຊ່ອງແຄບ ຫຼື ຮຽກອີກຢ່າງໜຶ່ງເປັນທາງການວ່າ “ວາລະໄຕຫວັນ” ທີ່ລັດຖະບານຈີນເປັນຝ່າຍສົ່ງສານໄປຍັງລັດຖະບານໄຕຫວັນ ເພື່ອຮຽກຮ້ອງຄວາມເປັນເອກະພາບ ເມື່ອປີ 1979 ວ່າການເປັນໜຶ່ງດຽວກັນລະຫວ່າງລັດຖະບານໄຕຫວັນ ກັບ ແຜ່ນດິນໃຫຍ່ເປັນສິ່ງທີ່ບໍ່ມີທາງຫຼີກລ້ຽງໄດ້ ເພາະມື້ໃດມື້ໜຶ່ງສາຍພົວພັນຂ້າມຊ່ອງແຄບຕ້ອງສິ້ນສຸດ ດ້ວຍການທີ່ອີກຝ່າຍເຂົ້າຮ່ວມສະຖານະເປັນໜຶ່ງປະເທດສອງລະບົບກັບແຜ່ນດິນໃຫຍ່ ເພື່ອປົກປ້ອງຜົນປະໂຫຍດ ແລະ ຄຸນນະພາບຊີວິດຂອງເພື່ອນຮ່ວມຊາດ.
ນອກຈາກນີ້, ທ່ານ ສີ ຈິ້ນຜິງ ເຕືອນວ່າຄວາມພະຍາຍາມໃດກໍ່ຕາມໃນການຊຸກດັນ ຫຼື ກະຕຸ້ນໃຫ້ໄຕຫວັນເພີ່ມການເຄື່ອນໄຫວເພື່ອເປັນເອກະລາດຈາກແຜ່ນດິນໃຫຍ່ ອາດນຳໄປສູ່ການໃຊ້ມາດຕະການທາງການທະຫານ ເຊິ່ງເປັນການຢ້ຳເຕືອນຈາກຜູ້ນຳຈີນ ທີ່ລັດຖະບານຈີນເຕືອນອີກຝ່າຍສະເໝີວ່າບໍ່ເຄີຍຮັບຮອງວ່າຈະບໍ່ເກີດຂຶ້ນ.
ສ່ວນໃນດ້ານຂອງທ່ານ ນາງ ໄຊ້ ອິງ-ເວິນ ຜູ້ນຳໄຕຫວັນ ກໍ່ໄດ້ອອກມາເຄື່ອນໄຫວຄັດຄ້ານຕໍ່ຄຳກ່າວຂອງທ່ານ ສີ ຈິ້ນຜິງຢ່າງໜັກແໜ້ນວ່າ: ໄຕຫວັນຈະບໍ່ຍອມຮັບຕາມແບບ 1 ປະເທດ 2 ລະບົບ, ຄວາມເຫັນຂອງປະຊາຊົນໄຕຫວັນສ່ວນໃຫຍ່ຕໍ່ຕ້ານ 1 ປະເທດ 2 ລະບົບຢ່າງເຖິງທີ່ສຸດ ແລະ ນີ້ຄືຄວາມຕ້ອງການຂອງຊາວໄຕຫວັນທັງມວນ.