ໃນວັນທີ 4 ກຸມພາ 2019 ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອັດຕະປື ໄດ້ອອກແຈ້ງການເລື່ອງການແຮັກຂໍ້ມູນໃນມືຖື ນຳເອົາຂໍ້ມູນສ່ວນຕົວຮຽກຄ່າໄຖ່ ໂດຍມີເນື້ອໃນວ່າ:
ໃນວັນທີ 1 ກຸມພາ 2019 ໄດ້ຮັບແຈ້ງເຫດຈາກປະຊາຊົນໃນແຂວງອັດຕະປື ຖືກແຮັກຂໍ້ມູນໃນມືຖື ແລະ ຖືກນຳເອົາຂໍ້ມູນຮູບພາບສ່ວນຕົວໄປຕັດຕໍ່ດັດແປງ ສ້າງວິດີໂອລາມົກອານາຈານ ແລ້ວສົ່ງມາຂົ່ມຂູ່ເອົາເງິນຈຳນວນ 2,000 ໂດລາສະຫະລັດ, ຖ້າຜູ້ເສຍຫາຍບໍ່ຍອມໂອນເງິນໃຫ້ ແມ່ນຈະຖືກນຳເອົາວິດີໂອດັ່ງກ່າວ ໄປເຜີຍແຜ່ລົງໃນສື່ສັງຄົມອອນລາຍ.
ໂດຍຜູ້ແຮັກຂໍ້ມູນໃຊ້ຊື່ໃນ facebook ວ່າ: Jaysha Garde ລະບຸທີ່ຢູ່ໃນປະເທດຟິລິບປິນ, ມີຊື່ LINE ແມ່ນ kittyprincess ແລະ ລະບຸຊື່ຜູ້ຮັບເງິນໂອນປາຍທາງ Maria ELENA BORJA ທີ່ຢູ່ Lagro Quezon City, Manila, Philippines.
ພ້ອມທັງໄດ້ແຈ້ງເຕືອນໃຫ້ຜູ້ໃຊ້ສື່ສັງຄົມອອນລາຍຈົ່ງລະມັດລະວັງ ດັ່ງລາຍລະອຽດເພີ່ມເຕີມໃນແຈ້ງການ: