ສຳນັກຂ່າວຕ່າງປະເທດລາຍງານ 27 ກຸມພາ 2019 ວ່າ: ທ່ານ ຫງວຽນ ຟູ ຈ້ອງ ປະທານປະເທດຫວຽດນາມໃຫ້ການຕ້ອນຮັບ ແລະ ພົບປະຫາລືກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ຢ້ຽມຢາມນະຄອນຫຼວງຮ່າໂນ້ຍ ເພື່ອປະຊຸມສຸດຍອດ ຄັ້ງທີ 2 ຮ່ວມກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ທີ່ລັດຖະບານຫວຽດນາມເປັນເຈົ້າພາບ ໃນລະຫວ່າງວັນທີ 27-28 ກຸມພາ 2019 ນີ້, ໂດຍທ່ານ ໂດໂນ ທຣຳ ກ່າວວ່າ ຫວຽດນາມຖືເປັນກໍລະນີສຶກສາທີ່ດີ ໃຫ້ກັບລັດຖະບານເກົາຫຼີເໜືອ ເຊິ່ງເກົາຫຼີເໜືອຈະປ່ຽນແປງໄປໃນທາງທີ່ດີຂຶ້ນ ຫາກສາມາດປົດອາວຸດນິວເຄຼຍໄດ້ຢ່າງສົມບູນ.
ເຖິງຢ່າງໃດກໍ່ຕາມ, ທ່ານ ໂດໂນ ທຣຳ ກ່າວອີກວ່າ: ອະນາຄົດອັນຮຸ່ງເຮືອງທີ່ສະຫະລັດ ອາເມຣິກາສາມາດມອບໃຫ້ແກ່ເກົາຫຼີເໜືອນັ້ນ ຈະເກີດຂຶ້ນຈິງຫຼືບໍ່ ແລະ ເປັນໄປໄດ້ຫຼາຍພຽງໃດ ຂຶ້ນຢູ່ກັບວິຈາລະນາຍານຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ.
ຂະນະດຽວກັນ, ຜູ້ນຳສະຫະລັດ ອາເມຣິກາຍັງກ່າວເຖິງສະຖານະການການເມືອງພາຍໃນຂອງປະເທດຕົນເອງວ່າ ພັກເດໂມແຄຼດຄວນຢຸດຕິການຕັ້ງຕົນເປັນຜູ້ຊ່ຽວຊານເກົາຫຼີເໜືອ ແຕ່ຄວນພິຈາລະຈາຕົນເອງຫຼາຍກວ່າວ່າ ເພາະເຫດໃດຈຶ່ງບໍ່ຄິດທີ່ຈະກະທຳເຊັ່ນນີ້ຕະຫຼອດໄລຍະ 8 ປີໃນສະໄໝລັດຖະບານພາຍໃຕ້ການນຳຂອງທ່ານ ບັກຣັກ ໂອບາມາ.
ເຊິ່ງນອກຈາກການຢ້ຽມຢາມຫວຽດນາມເພື່ອປະຊຸມຮ່ວມກັບຜູ້ນຳເກົາຫຼີເໜືອແລ້ວ ທ່ານ ໂດໂນ ທຣຳ ຍັງໃຫ້ຄຳໝັ້ນສັນຍາໃນການຍົກລະດັບການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນຫວຽດນາມ, ໂດຍແບມບູ ແອເວ ເຊິ່ງເປັນສາຍການບິນນ້ອງໃໝ່ຂອງຫວຽດນາມທີ່ເປີດໃຫ້ບໍລິການເມື່ອເດືອນມັງກອນ ທີ່ຜ່ານມາ ໄດ້ລົງນາມຊື້ຍົນໂບອິ້ງຮຸ້ນຫຼ້າສຸດ, ເຊັ່ນດຽວກັບຫວຽດນາມ ແອລາຍ ແລະ ຫວຽດເຈັດ ລວມມູນຄ່າເຖິງ 21,000 ລ້ານໂດລາສະຫະລັດ ເພື່ອກຽມຄວາມພ້ອມໃນການເປີດເສັ້ນທາງບິນກົງສູ່ສະຫະລັດ ອາເມຣິກາ.