ເມື່ອວັນທີ 23 ມິຖຸນາ 2019 ທີ່ຜ່ານມາ ທ່ານ ສໍຣະວິດ ທານີໂຕ ຫົວໜ້າກົມປະສຸສັດ ກະຊວງກະເສດ ແລະ ສະຫະກອນຂອງໄທ ໄດ້ໃຫ້ຮູ້ວ່າ ທ່ານ ດຣ. ສີແສງ ຂຸນສີ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ຂອງລາວ ໄດ້ສົ່ງໜັງສືຂອບໃຈ ເລື່ອງການຂໍອຸປະກອນສະໜັບສະໜູນສຳລັບການລະບາດຂອງໂລກອະຫິວາໝູອາຟຣິກາ (African Swine Fever) ຫຼື AFS ໃນແຂວງສາລະວັນ.
ໂດຍລະບຸວ່າ: ກົມລ້ຽງສັດ ແລະ ການປະມົງຂອງລາວ ຂໍສະແດງຄວາມຂອບໃຈ ກົມປະສຸສັດຂອງໄທໃນການໃຫ້ຢາຂ້າເຊື້ອ ແລະ ອຸປະກອນໃນການປ້ອງກັນ ASF ຕາມດ່ານຊາຍແດນລະຫວ່າງປະເທດ.
ເນື່ອງຈາກການລະບາດຢ່າງຕໍ່ເນື່ອງຂອງ ASF ໃນເຂດເມືອງຕຸ້ມລານ ແຂວງສາລະວັນໃນເດືອນມິຖຸນາ 2019 ນີ້, ສປປ.ລາວ ຈຶ່ງໄດ້ຂໍການສະໜັບສະໜູນ ເພື່ອຄວບຄຸມການລະບາດຂອງ ASF ຈາກກົມປະສຸສັດຂອງໄທ ເພື່ອສະໜັບສະໜູນການຂ້າເຊື້ອ ແລະ ອຸປະກອນສຳລັບການຕອບສະໜອງການລະບາດຂອງ ASF ເພື່ອຫຼຸດຜ່ອນຄວາມສ່ຽງການລະບາດຂອງໂລກນີ້ບໍ່ໃຫ້ແຜ່ລາມໄປຍັງແຂວງອື່ນໆໄດ້ແກ່: ແຂວງສະຫວັນນະເຂດ, ຈຳປາສັກ, ເຊກອງ ແລະ ອັດຕະປື ເປັນຕົ້ນ.
ໂດຍປະກອບມີອຸປະກອນບັງຄັບໝູຊະນິດສັ້ນ 50 ອັນ, ອຸປະກອນບັງຄັບໝູຊະນິດຍາວ 50 ອັນ, ເຄື່ອງສີດຊະນິດພາຍຫຼັງ 30 ອັນ, ເຄື່ອງສີດຂະໜາດໃຫຍ່ 10 ອັນ, ນ້ຳຢາຂ້າເຊື້ອ 200 ລິດ ແລະ ເຄື່ອງຊັອດໃຫ້ສະຫຼົບດ້ວຍໄຟຟ້າ.