4 ປະເທດໃນອາຣັບຍື່ນ 13 ເງື່ອນໄຂໃຫ້ປະເທດກາຕາປະຕິບັດ ຖ້າຢາກຟື້ນຟູຄວາມສຳພັນນຳ - ອິດສະຫຼະ

4 ປະເທດໃນອາຣັບຍື່ນ 13 ເງື່ອນໄຂໃຫ້ປະເທດກາຕາປະຕິບັດ ຖ້າຢາກຟື້ນຟູຄວາມສຳພັນນຳ



ສຳນັກຂ່າວຕ່າງປະເທດລາຍງານ 24 ມິຖຸນາ 2017 ວ່າ: 4 ປະເທດໃນອາຣັບທີ່ປະກອບດ້ວຍ: ອາຣັບບີ ຊາອູດິດ, ບາເຣນ, ສະຫະນະຄອນ ເອເມຣັດ ອາຣັບ ແລະ ເອຢິບ ຍື່ນ 13 ເງື່ອນໄຂໃຫ້ປະເທດກາຕາປະຕິບັດ ຖ້າຕ້ອງການຟື້ນຟູຄວາມສຳພັນກັບປະເທດນຳ, ເນື່ອງຈາກປະເທດເຫຼົ່ານັ້ນໄດ້ຕັດສຳພັນກັບປະເທດກາຕາໃນທຸກດ້ານ ໂດຍໃຫ້ເຫດຜົນວ່າກາຕາສະໜັບສະໜູນກຸ່ມກໍ່ການຮ້າຍ ເຊິ່ງເງື່ອນໄຂດັ່ງກ່າວໄດ້ສົ່ງຜ່ານທາງປະເທດກູເວດທີ່ເປັນຄົນກາງໃນການຟື້ນຟູຄວາມສຳພັນຂອງບັນດາປະເທດໃນອາຣັບກັບກາຕາ ແຕ່ຫາກກາຕາບໍ່ປະຕິບັດຕາມພາຍໃນ 10 ວັນ ຂໍ້ສະເໜີດັ່ງກ່າວຖືວ່າເປັນໂມຄະ.

ລາຍລະອຽດຂອງຂໍ້ສະເໜີທັງ 13 ຂໍ້ ປະກອບດ້ວຍ:
1. ກາຕາຕ້ອງຫຼຸດລະດັບຄວາມສຳພັນທາງການທູດກັບອີຣານ ພ້ອມກັບປິດສະຖານທູດອີຣານໃນກາຕາ ແລະ ຕ້ອງຂັບໄລ່ສະມາຊິກຂອງກອງກຳລັງປະຕິວັດອິດສະລາມຂອງອີຣານອອກຈາກປະເທດ, ຈຳກັດຄວາມສຳພັນທາງການຄ້າກັບອີຣານ ລວມທັງຕັດຂາດການຮ່ວມມືທາງການທະຫານກັບອີຣານ

2. ກາຕາຕ້ອງປິດຖານທັບຂອງຕວັກກີໃນປະເທດ ຢຸດຕິການຮ່ວມມືດ້ານການທະຫານກັບຕວັກກີ

3. ຕ້ອງປະກາດຕັດຄວາມສຳພັນກັບກຸ່ມກໍ່ການຮ້າຍ ລວມເຖິງກຸ່ມອ້າຍນ້ອງມຸດສະລິມ, ກຸ່ມລັດອິດສະລາມ (IS), ກຸ່ມອັນ ກໍອິດະ ແລະ ຮິສບອນເລາະ ນອກຈາກນີ້ ຕ້ອງລະບຸວ່າອົງກອນເຫຼົ່ານັ້ນເປັນກຸ່ມກໍ່ການຮ້າຍ ແລະ ຕ້ອງລົງລາຍຊື່ທີ່ມີການປະກາດໂດຍປະເທດໃນອາຣັບທັງ 4 ປະເທດ

4. ຕ້ອງຢຸດຕິໃຫ້ການສະໜັບສະໜູນດ້ານການເງິນຕໍ່ກຸ່ມກໍ່ການຮ້າຍ ລວມທັງກຸ່ມທີ່ປະເທດໃນອາຣັບ 4 ປະເທດ, ສະຫະລັດອາເມຣິກາ ແລະ ອົງການລະຫວ່າງປະເທດປະກາດວ່າເປັນກຸ່ມກໍ່ການຮ້າຍ

5. ຕ້ອງນຳສົ່ງ ແລະ ມອບຕົວຜູ້ກໍ່ການຮ້າຍທັງໝົດທີ່ເປັນທີ່ຕ້ອງການຂອງປະເທດອາຣັບທັງ 4, ສະຫະລັດອາເມຣິກາ ແລະ ອົງການລະຫວ່າງປະເທດ ພ້ອມທັງຢຶດຊັບສິນຂອງບຸກຄົນ ແລະ ກຸ່ມຄົນເຫຼົ່ານັ້ນ ແລະ ກາຕາຕ້ອງບໍ່ໃຫ້ບ່ອນພັກເຊົາແກ່ກຸ່ມກໍ່ການຮ້າຍອື່ນໆໃນອະນາຄົດ ແລະ ຕ້ອງແຈ້ງຂໍ້ມູນການເຄື່ອນໄຫວ, ສະຖານທີ່ຢູ່ ແລະ ຂໍ້ມູນດ້ານການເງິນແກ່ປະເທດອາຣັບທັງ 4, ສະຫະລັດອາເມຣິກາ ແລະ ອົງການລະຫວ່າງປະເທດ.

6. ກາຕາຕ້ອງປິດສຳນັກຂ່າວ Al Jazeera ແລະ ຊ່ອງຂ່າວອື່ນໆທີ່ກ່ຽວຂ້ອງ

7. ຕ້ອງຢຸດຕິການແຊກແຊງກິດຈະການພາຍໃນ ແລະ ພາຍນອກຂອງປະເທດໃນອາຣັບທັງ 4 ແລະ ຕ້ອງຕັດຄວາມສຳພັນກັບກຸ່ມຕໍ່ຕ້ານລັດຖະບານໃນປະເທດອາຣັບທັງ 4 ລວມທັງໃຫ້ລາຍລະອຽດກ່ຽວກັບການຮ່ວມມືໃນອະດີດລະຫວ່າງກາຕາ ແລະ ກຸ່ມເຫຼົ່ານັ້ນ

8. ກາຕາຕ້ອງຈ່າຍເງິນຊົດໃຊ້ຄວາມເສຍຫາຍ ແລະ ຄ່າເສຍໂອກາດຕໍ່ປະເທດອາຣັບທັງ 4 ທີ່ເປັນຜົນມາຈາກນະໂຍບາຍຂອງກາຕາ

9. ຕ້ອງປັບປຸງນະໂຍບາຍໃນທຸກດ້ານ ບໍ່ວ່າຈະເປັນດ້ານການທະຫານ, ການເມືອງ, ເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງ ໃຫ້ສອດຄ່ອງກັບປະເທດເພື່ອນບ້ານໃນອ່າວອາຣັບ ແລະ ຮັບປະກັນຄວາມໝັ້ນຄົງຂອງບັນດາປະເທດໃນອາຣັບ ລວມທັງປະຕິບັດຕາມຂໍ້ຕົກລົງຣີຢາດໃນປີ 2013-2014

10. ກາຕາຕ້ອງແຈ້ງຂໍ້ມູນກ່ຽວກັບການສະໜັບສະໜູນກຸ່ມຕໍ່ຕ້ານລັດຖະບານໃນປະເທດອາຣັບທັງ 4 ລວມທັງແຈ້ງວ່າໄດ້ໃຫ້ການຊ່ວຍເຫຼືອແບບໃດຕໍ່ກຸ່ມດັ່ງກ່າວ.

11. ຕ້ອງປິດສື່ທັງໝົດທີ່ກາຕາໃຫ້ການສະໜັບສະໜູນທັງທາງກົງ ແລະ ທາງອ້ອມ

12. ເງື່ອນໄຂຂ້າງເທິງຕ້ອງໄດ້ຮັບການປະຕິບັດຕາມພາຍໃນເວລາ 10 ວັນ ນັບຕັ້ງແຕ່ມີການແຈ້ງໃຫ້ຊາບເປັນຕົ້ນໄປ ຖ້າບໍ່ດັ່ງນັ້ນ, ຈະຖືວ່າເປັນໂມຄະ

13. ຂໍ້ສະເໜີນີ້ ລວມເຖິງກາຕາຕ້ອງມີເປົ້າໝາຍ ແລະ ກົນໄກທີ່ຊັດເຈນ ໂດຍຕ້ອງເຮັດບົດລາຍງານທຸກໆເດືອນໃນໄລຍະປີທຳອິດ ແລະ ທຸກໆ 3 ດືອນໃນປີຕໍ່ໄປ ແລະ ຫຼັງຈາກນັ້ນຕ້ອງເຮັດປີລະຄັ້ງເປັນເວລາ 10 ປີ.

No comments

Powered by Blogger.