ກຸ່ມຫົວຮຸນແຮງ IS ປະກາດຜ່ານສື່ອອນລາຍມີເປົ້າໝາຍຢຶດຄອງອາຊຽນ - ອິດສະຫຼະ

ກຸ່ມຫົວຮຸນແຮງ IS ປະກາດຜ່ານສື່ອອນລາຍມີເປົ້າໝາຍຢຶດຄອງອາຊຽນ



ໜັງສືພິມ Straitstimes ລາຍງານເມື່ອວັນທີ 22 ມິຖຸນາ 2017 ທີ່ຜ່ານມາວ່າ: ກຸ່ມຕິດອາວຸດລັດອິດສະລາມ (IS) ປະກາດຜ່ານສື່ສັງຄົມອອນລາຍຂຶ້ນບັນຊີປະເທດສິງກະໂປ, ມຽນມາ, ພາກໃຕ້ຂອງປະເທດໄທ, ຟິລິບປິນ ແລະ ຍີ່ປຸ່ນ ເປັນເຂດເປົ້າໝາຍໃນອາຊີຕາເວັນອອກສຽງໃຕ້ ແລະ ອາຊີຕາເວັນອອກ, ເຮັດໃຫ້ບັນດານັກວິເຄາະຄາດການວ່າ IS ມີທິດທາງຈະກໍ່ເຫດຮ້າຍໃນເຂດທີ່ມີການອ້າງເຖິງດັ່ງກ່າວເພີ່ມຂຶ້ນ ທັງຈາກນັກຮົບທີ່ຈະເຂົ້າມາຈາກຕ່າງປະເທດ ແລະ ຈາກບຸກຄົນໃນປະເທດທີ່ໄດ້ຮັບແນວຄິດຮຸນແຮງ.

ທ່ານ ຈາສມິນເດີ ຊິງ ນັກວິເຄາະອາວຸໂສຈາກສະຖາບັນ S. Rajaratnam School of International Studies ທີ່ສຶກສາຄວາມສຳພັນລະຫວ່າງປະເທດ ຂອງປະເທດສິງກະໂປກ່າວກັບໜັງສືພິມ Straitstimes ຂອງສິງກະໂປວ່າ: ສຳລັບນັກຮົບຕ່າງປະເທດທີ່ກຳລັງຈະເຂົ້າໃນພູມມິພາກນີ້ ແລະ ມີການປະກາດເຂດເປົ້າໝາຍຄືດັ່ງກ່າວ ເປັນການບົ່ງຊີ້ໃຫ້ນັກຮົບເຫຼົ່ານັ້ນຮູ້ວ່າຈະຕ້ອງມາເຮັດຫຍັງ ແລະ ມີເປົ້າໝາຍຢູ່ໃສ?.

ເຖິງຢ່າງໃດກໍ່ຕາມທ່ານ ໂຣຮານ ກູນາຣັດນາ ຫົວໜ້າສູນວິໄຈຄວາມຮຸນແຮງທາງການເມືອງ ແລະ ການກໍ່ການຮ້າຍລະຫວ່າງປະເທດຂອງສິງກະໂປ ກ່າວວ່າການຂຶ້ນບັນຊີດັ່ງກ່າວຍັງບໍ່ໄດ້ຮັບການຢືນຢັນ ເນື່ອງຈາກກຸ່ມ IS ຍັງບໍ່ມີການປະກາດຢ່າງເປັນທາງການ ແຕ່ຫາກມີການຂຶ້ນບັນຊີແທ້ ອາດຈະລວມເຖິງປະເທດອິນໂດເນເຊຍ, ມາເລເຊຍ ແລະ ຟິລິບປິນ ເຊິ່ງຈະເປັນໄພຕໍ່ຄວາມໝັ້ນຄົງຂອງພູມມິພາກນີ້ແນ່ນອນ.

No comments

Powered by Blogger.