ສ.ອາເມຣິກາ ຕອບໂຕ້ "ລັດເຊຍ" ທີ່ເຜີຍແຜ່ພາບ F-16 ບິນໃກ້ຍົນລັດຖະມົນຕີປ້ອງກັນປະເທດລັດເຊຍ ດ້ວຍການເຜີຍແຜ່ພາບ Su-27 ຂອງລັດເຊຍບິນໃກ້ຍົນສອດແນມຂອງຕົນ - ອິດສະຫຼະ

ສ.ອາເມຣິກາ ຕອບໂຕ້ "ລັດເຊຍ" ທີ່ເຜີຍແຜ່ພາບ F-16 ບິນໃກ້ຍົນລັດຖະມົນຕີປ້ອງກັນປະເທດລັດເຊຍ ດ້ວຍການເຜີຍແຜ່ພາບ Su-27 ຂອງລັດເຊຍບິນໃກ້ຍົນສອດແນມຂອງຕົນ



ສຳນັກຂ່າວຕ່າງປະເທດລາຍງານ 24 ມິຖຸນາ 2017 ວ່າ: ເມື່ອວັນສຸກທີ່ຜ່ານມາ ກອງບັນຊາການສະຫະລັດອາເມຣິກາປະຈຳເອີຣົບເຜີຍແຜ່ພາບເຫດການທີ່ຕ້ອງປະເຊີນໜ້າກັນລະຫວ່າງຍົນຮົບ Su-27 ຂອງລັດເຊຍທີ່ບິນເຂົ້າໃກ້ຍົນລາດຕະເວນ RC-135C ຂອງອາເມຣິກາ ທີ່ບິນຢູ່ນ່ານຟ້າສາກົນ ເໜືອທະເລບໍຕິກ ໃນໄລຍະຫ່າງພຽງ 1.5 ແມັດ (5 ຟຸດ) ໂດຍໄລຍະຫ່າງຂອງມັນໃກ້ໃນລະດັບທີ່ພາບສາມາດເບິ່ງເຫັນໂຕນັກບິນຂອງລັດເຊຍໄດ້ເລີຍ.

ການເຜີຍແຜ່ພາບໃນຄັ້ງນີ້ຖືເປັນການຕອບໂຕ້ລັດເຊຍທີ່ເຜີຍແຜ່ພາບຖ່າຍ ແລະ ວິດີໂອເຫດການທີ່ຍົນຮົບຂອງ NATO ບິນເຂົ້າໃກ້ຍົນໂດຍສານຂອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍເໜືອທະເລບໍຕິກ ເຮັດໃຫ້ຍົນຮົບ Su-27 ຂອງລັດເຊຍຕ້ອງບິນເຂົ້າແຊກເພື່ອປ້ອງກັນ ພ້ອມທັງສະແດງອາວຸດຈົນ F-16 ຂອງ NATO ຕ້ອງບິນຫ່າງ ແລະ ໜີອອກໄປ.






ຂ່າວທີ່ກ່ຽວຂ້ອງ:
- (ວິດີໂອ) ລັດເຊຍຖືກກຸ່ມ NATO ທ້າທາຍໃຊ້ F-16 ບິນທຽບຍົນລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Su-27 ບິນແຊກສະແດງອາວຸດຄຸ້ມກັນເຕັມກຳລັງ

No comments

Powered by Blogger.