ດ່ວນ...! ລັດເຊຍຍິງຂີປະນາວຸດຈາກເຮືອດໍານໍ້າ ແລະ ເຮືອຮົບໂຈມຕີໃສ່ເປົ້າໝາຍກຸ່ມ IS ຢ່າງແມ້ນຢໍາ - ອິດສະຫຼະ

ດ່ວນ...! ລັດເຊຍຍິງຂີປະນາວຸດຈາກເຮືອດໍານໍ້າ ແລະ ເຮືອຮົບໂຈມຕີໃສ່ເປົ້າໝາຍກຸ່ມ IS ຢ່າງແມ້ນຢໍາ



ສຳນັກຂ່າວຕ່າງປະເທດລາຍງານ 23 ມິຖຸນາ 2017 ວ່າ: ຖະແຫຼງການຂອງກະຊວງປ້ອງກັນປະເທດລັດເຊຍໃນມື້ນີ້ກ່າວວ່າ ກອງທັບເຮືອລັດເຊຍໄດ້ຍິງຂີປະນາວຸດ 6 ລູກ ຈາກເຮືອ Frigates 2 ລຳ ແລະ ຈາກເຮືອດຳນໍ້າອີກໜຶ່ງລຳ ຢູ່ຝັ່ງຕາເວັນອອກຂອງທະເລເມດີເຕີເຣນຽນ ເພື່ອໂຈມຕີເປົ້າໝາຍທີ່ເປັນກຸ່ມ IS ໄດ້ຢ່າງແມ້ນຢຳ ໃນແຂວງຮາມາ ຂອງຊີຣີ ສາມາດທຳລາຍສູນບັນຊາການ ແລະ ສາງອາວຸດ ນອກນີ້ຍັງຄາດວ່າມີນັກຮົບຂອງ IS ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍອີກດ້ວຍ.








No comments

Powered by Blogger.