ສະຫະລັດ-ຍີ່ປຸ່ນ ຮ່ວມຊ້ອມຮົບຄັ້ງໃຫຍ່ ເພື່ອກົດດັນເກົາຫຼີເໜືອ - ອິດສະຫຼະ

ສະຫະລັດ-ຍີ່ປຸ່ນ ຮ່ວມຊ້ອມຮົບຄັ້ງໃຫຍ່ ເພື່ອກົດດັນເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ກອງກຳລັງປ້ອງກັນຕົນເອງທາງທະເລຂອງຍີ່ປຸ່ນສົ່ງເຮືອຮົບ 2 ລຳຄື ເຮືອອາຊິກາຣະ ແລະ ເຮືອຢຸກະ ເຂົ້າຮ່ວມການຊ້ອມຮົບກັບກອງເຮືອຮົບ USS Carl Vinson ແລະ USS Ronald Reagan ຂອງສະຫະລັດໃນທະເລຍີ່ປຸນ (ທາເລຕາເວັນອອກ) ນອກຊາຍຝັ່ງຂອງແຫຼມເກົາຫຼີ ໃນເຂດນ່ານນ້ຳທີ່ຂີປະນາວຸດຂອງເກົາຫຼີເໜືອຕົກໃສ່ເປັນປະຈຳ ຈາກການທົດລອງຂີປະນາວຸດຄັ້ງຜ່ານໆມາ.

ນອກຈາກນີ້ຍັງມີຝູງຍົນຮົບ F-15 ຂອງກອງກຳລັງປ້ອງກັນຕົນເອງທາງອາກາດຂອງຍີ່ປຸ່ນ ໄດ້ເຂົ້າຮ່ວມການຊ້ອມຈຳລອງການສູ້ຮົບ ກັບຝູງຍົນຮົບ F-18 ຂອງກອງທັບສະຫະລັດ ໃນເວລາດຽວກັນອີກດ້ວຍ.


ໂຄສົກກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນກ່າວວ່າ ຖືເປັນຕັ້ງທຳອິດທີ່ຍີ່ປຸ່ນໄດ້ຮ່ວມຊ້ອມຮົບກັບກອງເຮືອບັນທຸກຍົນຮົບຂອງສະຫະລັດເຖິງ 2 ລຳ ແລະ ຖືເປັນການຊ້ອມຮົບຄັ້ງໃຫຍ່ ແລະ ຄັ້ງສຳຄັນຂອງຍີ່ປຸ່ນ.

ທະເລຍີ່ປຸ່ນເປັນທະເລທີ່ກັ້ນແຍກຍີ່ປຸ່ນກັບແຫຼມເກົາຫຼີ ການຊ້ອມຮົບຄັ້ງນີ້ເກີດຂຶ້ນໃນຂະນະດຽວກັນກັບລັດຖະບານສະຫະລັດ ແລະ ລັດຖະບານຍີ່ປຸ່ນໄດ້ເພີ່ມແຮງກົດດັນຕໍ່ເກົາຫຼີເໜືອ ເພືື່ອໃຫ້ຍົກເລີກໂຄງການພັດທະນາຂີປະນາວຸດ ແລະ ອາວຸດນິວເຄຼຍ.

No comments

Powered by Blogger.